ໂຄສະນາຜະລິດຕະພັນສິລະປະຫັດຖະກຳຫວຽດນາມ ຢູ່ອີຕາລີ

ໂຄສະນາຜະລິດຕະພັນສິລະປະຫັດຖະກຳຫວຽດນາມ ຢູ່ອີຕາລີ	 - ảnh 1
ຮ້ານວາງສະແດງຂອງຫວຽດນາມ
(ພາບ: vietnamplus.vn)


(vovworld) – ວັນ​ທີ 29/11, ງານ​ຕະຫຼາດນັດຜະລິດ​ຕະພັນ​ສິລະ​ປະ​ຫັດ​ຖະກຳ​ສາກົນ (AF – L’ARTIGIANO) ຄັ້ງ​ທີ 19 ​ຖືກ​ໄຂ​ຂຶ້ນ​ຢູ່​ສູນ​ວາງສະ​ແດງ​ນະຄອນ​ມີ​ລານ, ປະ​ເທດ​ອີ​ຕາ​ລີ. ມີ​ວິ​ສາ​ຫະກິດ​ນັບ​ພັນ​ແຫ່ງ​ທີ່​ມາ​ຈາກກວ່າ 100 ປະ​ເທດ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ດັ່ງກ່າວ. ຫວຽດນາມ ມີ​ວິ​ສາ​ຫະກິດ 50 ​ແຫ່ງ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ. ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ແນະນຳ​ເຖິງ​ເພື່ອນ​ມິດສາ​ກົ​ົນບັນດາ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ແຮງ​ຂອງ​ຫວຽດນາມ​ຄື: ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ, ​ຜະລິດ​ຕະພັນ​ສິລະ​ປະ​ຫັດ​ຖະກຳ​, ກະສິກຳ, ​ເຄື່ອງ​ທີ່​ລະນຶກ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອີ​ຕາ​ລີ ຫງວຽນ​ຮ່ວາງ​ລອງ ຢືນຢັນ​ວ່າ, ດ້ວຍ​ບັນດາ​ຜະລິດ​ຕະພັນ​ທີ່​ໄດ້​ນຳ​ມາ​ວາງສະ​ແດງ​ທີ່​ງານ​ຕະຫຼາດນັດ, ນອກ​ຈາກ​ການ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ຫັດຖະກຳທີ່ມີ​ຫຼາຍ​ຮູ​ບ​ຫຼາຍແບບ ​ແລະ ມີ​ຊື່​ສຽງ​ຂອງ​ຫວຽດນາມ​ແລ້ວ, ບັນດາ​ວິ​ສາ​ຫະກິດ​ກໍ່​ນຳ​ມາ​ໃຫ້​ເພື່ອນ​ມິດສາກົນ​​ຮູ​ບພາບກ່ຽວ​ກັບປະ​ເທດ​ຫວຽດນາມ​ ທີ່​ສວຍ​ງາມ, ​ໃກ້ຊິດ​ສະໜິດສະໜົມ. ງານ​ຕະຫຼາດນັດ​ຈະ​ແກ່ຍາວ​ຮອດ​ວັນ​ທີ 08/12 ຈຶ່ງ​ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ