ໂຄສະນາຮູບພາບຫວຽດນາມຜ່ານຮູບເງົາ “Kong: Skull Island”

ໂຄສະນາຮູບພາບຫວຽດນາມຜ່ານຮູບເງົາ “Kong: Skull Island” - ảnh 1
ຄະນະ​ນັກຖ່າຍ​ທຳ​ຮູບ​ເງົ​າ “Kong: Skull Island”
(ພາບ: thethaovanhoa)


(vovworld) –​ ວັນ​ທີ 21/02, ຄະນະ​ນັກຖ່າຍ​ທຳ​ຮູບ​ເງົ​າ “Kong: Skull Island” ທີ່​ມາ​ຈາກ Hollywood, ປະ​ເທດ​ອາ​ເມ​ລິ​ກາ ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ຢູ່​ຮ່າ​ໂນ້ຍ. ທ່ານລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ເວືອງ​ຢຸຍ​ບຽນ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ Ted Osius ໄດ້​ເຂົ້າ​ຮ່ວມການ​ປະ​ຊຸມ​ຂ່າວ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸ​ມ​ຂ່າວ, ທ່ານ​ເອກອ​ັກ​ຄະ​ລັດ​ຖະ​ທູດ Ted Osius ຖື​ວ່າ, ຄະນະ​ນັກຖ່າຍ​ທຳ​ຮູບ​ເງົ​າ “Kong: Skull Island” ຈ​ະ​ມີ​ຄວາມ​ຕົກ​ສະ​ເງີ້​ຕໍ່​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ຫວຽດ​ນາມ. ທ່ານ ​ Ted Osius ກໍ​ໃຫ້​ຮູ້​ວ່າ, ເລື່ອງ​ຖ່າຍ​ທຳ​ຮູບ​ເງົາ​ຢູ່​ຫວຽດ​ນາມ ​ຄັ້ງ​ນີ້ ຈະ​ຍົກ​​ໃຫ້​ເຫັນ​ບັນ​ດາ​ຄວ​າມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວ​ທີ່​ຈັບ​ໃຈ​ຂອງ​ຫວຽດ​ນາມ ແລະ ເຮັດ​ໃຫ​້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ລະ​ຫຼິ້​ນ​ບັນ​ເທິງ​ຂອງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເລິ​ກ​ເຊິ່ງກວ່າ. ຕ​າມ​ແຜນ​ການ, ຄະນະ​ນັກຖ່າຍ​ທຳ​ຮູບ​ເງົາເລີ່ມ​ຖ່າຍ​ທຳ​ແຕ່​ວັນ​ທີ 22/02 ຢູ່​ນິງ​ບິ່ງ. ຄະນະ​ນັກຖ່າຍ​ທຳ​ຮູບ​ເງົ​າຈະ​ເຮັດ​ວຽກ​ຢູ່​ນິງ​ບິ່ງ, ຮ້າ​ລອງ ແລະ ກວາງ​ບິ່ງ ໃນ​ເວ​ລາ 1 ເດືອນ​.

ຂ່າວ/ບົດ​ອື່ນ