ໂຄສະນາເຜີຍແຜ່ລັດຖະທຳມະນູນ2013ເຖິງປະຊາຊົນທຸກຊັ້ນວັນນະ

ໂຄສະນາເຜີຍແຜ່ລັດຖະທຳມະນູນ2013ເຖິງປະຊາຊົນທຸກຊັ້ນວັນນະ - ảnh 1
ພາບປະກອບ

(vovworld) – ວັນ​ທີ 18/2, ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ຊົນ​ເຜົ່າ​ສັງ​ກັດ​ລັດຖະບານ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໂຄສະນາ, ​ເຜີຍ​ແຜ່​ລັດຖະທຳ​ມະນູນ​ປີ 2013 ​ເຖິງ​ພະນັກງານ, ພາລະ​ກອນ, ລັດຖະກອນ ​ແລະ ຄົນ​ງານ​ຂອງ​ຄະນະ​ກຳມະການ​ທຸກໆ​ຄົນ. ກ່າ​ວຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງ​ຫົວໜ້າ​ຄະນະ​ກຳມະການ​ຊົນ​ເຜົ່າ ​ເຊີນ​ມິ​ງ​ແທ໋ງ ​ເນັ້ນ​ໜັກ​ວ່າ: ລັດຖະທຳ​ມະນູນ​ແມ່ນ​ເອກະສານສຳຄັນພິ​ເສດ, ​ແມ່ນ​ກົດໝາຍພື້ນຖານ, ກົດໝາຍ​ສະບັບ​ຕົ້ນ​ຂອງ​ລັດ. ລັດຖະທຳ​ມະນູນ ສ່ອງ​ແສງ​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ຜົນ​ປະ​ໂຫຍ​ດຂອງ​ທົ່ວ​ປວງ​ຊົນ, ​ແມ່ນ​ພື້ນຖານ​ທາງ​ດ້ານ​ການ​ເມືອງ, ກົດໝາຍ​ຢ່າ​ງໝັ້ນຄົງ​ໃຫ້​ພາລະກິດ​ສ້າງ​ສາ, ປົກ​ປັກ​ຮັກສາ, ພັດທະນາ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ປະ​ເທດ​ຊາດ​​ໃນ​ໄລຍະ​ໃໝ່. ​ເລື່ອງ​ຜັນ​ຂະຫຍາຍ​ການຊາບ​ຊຶມ ​ແລະ ປະຕິບັດລັດຖະທຳ​ມະນູນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ, ຮື​ບດ່ວນ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ຫວຽດນາມ. ທ່ານ​ຮອງ​ຫົວໜ້າ ​ເຊີນ​ມິ​ງ​ແທ໋ງ ສະ​ເໜີ​ໃຫ້​ບັນດາ​ຜູ້​ແທນ​ສຸ​ມ​ໃສ່​ພູມ​ປັນຍາ, ຮັບ​ເອົາ​ຄຳ​ເຫັນ​ປະກອບ​ກ່ຽວ​ກັບ​ບັນຫາຕ່າງໆທີ່​ໄດ້ສະ​ເໜີ​ຢູ່​ອງປະຊຸມຢ່າງ​ເຂັ້ມ​ງວດ, ຈາກ​ນັ້ນ​ຍົກ​ສູງ​ລະດັບ​ວິຊາ​ຊີບ, ຄຸນ​ນະທາດ​ດ້ານ​ການ​ເມືອງ, ຍົກ​ສູງລະດັບຄວາມ​ຮູ້, ສະຕິ​ຕື່ນ​ຕົວເຄົາລົບ ​ແລະ ປະຕິບັດ​ລັດຖະທຳ​ມະນູນ, ປະຕິບັດ​ວຽກ​ງານ​ໂຄສະນາ​, ​ເຜີຍ​ແຜ່​ເນື້ອ​ໃນ​ຂອງ​ລັດຖະທຳ​ມະນູນ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ຮັບປະກັນ​ໃຫ້​ລັດຖະທຳ​ມະນູນ​ໄດ້​ຮັບ​ການ​ປະຕິບັດຢ່າງ​ເຂັ້ມ​ງວດ​ໃນ​ໝູ່ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ ​ແລະ ​ໃນ​ທຸກໆ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ.

 

ຂ່າວ/ບົດ​ອື່ນ