ໂຄ​ສະ​ນາ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ສູ່​ຊາວ​ໜຸ່ມ, ນັກ​ສຶກ​ສາ

(VOVWORLD) - ມະຫາວິທະຍາໄລເປີດນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ ນະຄອນ ໂຮ່ຈີມິນ ໄດ້ຈັດການແຂ່ງຂັນຮອບຊີງຊະນະເລີດ ທູດວັດທະນະທຳ ອາຊຽນ ປີ 2023.
ໂຄ​ສະ​ນາ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ສູ່​ຊາວ​ໜຸ່ມ, ນັກ​ສຶກ​ສາ - ảnh 1ການປະກວດຊຸດເສື້ອຍາວ ໃນຮອບຊີງຊະນະເລີດທູດວັດທະນະທຳ ອາຊຽນ 2023 (ພາບ: TTXVN)

ໃນຂອບເຂດການເຄື່ອນໄຫວງານບຸນວັດທະນະທຳ ອາຊີຕາເວັນອອກສ່ຽງໃຕ້ ປີ 2023, ຕອນຄ່ຳວັນທີ 24 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລເປີດນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ ນະຄອນ ໂຮ່ຈີມິນ ໄດ້ຈັດການແຂ່ງຂັນຮອບຊີງຊະນະເລີດ ທູດວັດທະນະທຳ ອາຊຽນ ປີ 2023. ໂດຍມີຜູ້ເຂົ້າແຂ່ງຂັນດີເດັ່ນ 40 ຄົນທີ່ມາຈາກ ມະຫາວິທະຍາໄລ, ວິທະຍາໄລ 18 ແຫ່ງ ໄດ້ແຂ່ງຂັນກັນໃນຮອບຊີງຊະນະເລີດດ້ວຍລາຍການປະກວດເສື້ອກຸ່ມ, ຊຸດອາພອນວັດທະນະທຳບັນດາປະເທດ ອາຊຽນ, ຊຸດເສື້ອຍາວ, ຊຸດລາຕີ, ການບັນລະຍາຍກ່ຽວກັບ ອາຊຽນ ແລະ ການຖາມ - ຕອບ.

 ໃນທີ່ສຸດ, ລາງວັນນາງງາມທູດ ວັດທະນະທຳ ອາຊຽນ ປີ 2023 ໄດ້ແກ່ນາງ ຖາຍທິເຟືອກອວຽນ, ມະຫາວິທະຍາໄລ ໂຕນດຶກຖັງ. ພາຍຫຼັງການແຂ່ງຂັນ, ທູດວັດທະນະທຳ  ອາຊຽນ ຈະເຂົ້າຮ່ວມການໂຄສະນາວັດທະນະທຳ ຜ່ານການເຄື່ອນໄຫວການສະແດງ, ກອງປະຊຸມສຳມະນາ, ການເສັງຂໍ້ລິເລີ່ມເພື່ອປະຊາຄົມ ອາຊຽນ.


ຕອບກັບ

ຂ່າວ/ບົດ​ອື່ນ