ໂບລີວິ ກາຍເປັນປະເທດ ອາເມລິກາ ໃຕ້ ທີສາມທີ່ເຮັດທຸກະກຳດ້ວຍສະກຸນເງິນຢວນ

(VOVWORLD) - ຕາມຕົວເລກຂອງກົມໃຫຍ່ພາສີ ຈີນ ແລ້ວ, ໃນ 6 ເດືອນຕົ້ນປີນີ້, ການຄ້າສອງຝ່າຍລະຫວ່າງຈີນ ແລະ ໂບລີວິ ບັນລຸຈຳນວນເງິນ 8,42 ຕື້ຢວນ
ໂບລີວິ ກາຍເປັນປະເທດ ອາເມລິກາ ໃຕ້ ທີສາມທີ່ເຮັດທຸກະກຳດ້ວຍສະກຸນເງິນຢວນ - ảnh 1ສະກຸນເງິນຢວນ
(ພາບ:VCG)

 

ໂດຍຖັດຈາກປະເທດ ບຣາຊິນ ແລະ ອັກຊັງຕິນ, ໂບລີວິ ກາຍເປັນປະທານອາເມລິກາ ໃຕ້ ຫຼ້າສຸດໄດ້ນຳໃຊ້ສະກຸນເງິນ ຢວນຂອງ ຈີນ ແທນທີ່ໃຫ້ໂດລາສະຫະລັດ ໃນການຊຳລະການຄ້າສົ່ງອອກ - ນຳເຂົ້າ. ປະຈຸບັນ, ຈີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີສອງຂອງ ໂບລີວິ ແລະ ແມ່ນແມ່ນແຫຼ່ງນຳເຂົ້າຕົ້ນຕໍຂອງປະເທດນີ້. ຕາມຕົວເລກຂອງກົມໃຫຍ່ພາສີ ຈີນ ແລ້ວ, ໃນ 6 ເດືອນຕົ້ນປີນີ້, ການຄ້າສອງຝ່າຍລະຫວ່າງຈີນ ແລະ ໂບລີວິ ບັນລຸຈຳນວນເງິນ 8,42 ຕື້ຢວນ, ເພີ່ມຂຶ້ນ     77,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

  ກ່ອນໜ້ານັ້ນ, ໃນເດືອນເມສາ, ອັກຊັງຕິນ ໄດ້ປະກາດແຜນການນຳໃຊ້ສະກຸນເງິນດັ່ງກ່າວເພື່ອຊຳລະສິນຄ້ານຳເຂົ້າຈາກ ຈີນ, ໃນຂະນະທີ່ໃນເດືອນກຸມພາ, ບຣາຊິນ ກໍ່ໄດ້ລົງນາມບົດບັນທຶກຊ່ວຍຈຳກັບ ຈີນ ເພື່ອສ້າງຂໍ້ຕົກລົງຊຳລະດ້ວຍສະກຸນເງິນ ຢວນ ຢູ່ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ