ໂປໂລຍ ປ່ຽນເອກອັກຄະລັດຖະທູດປະຈຳກວ່າ 50 ປະເທດ

(VOVWORLD) - ຕາມກະຊວງການຕ່າງປະເທດ ໂປໂລຍ ແລ້ວ, ບັນດາການປ່ຽນແປງນີ້ເພື່ອແນໃສ່ແກ້ໄຂສິ່ງທ້າທາຍເຊິ່ງນະໂຍບາຍພົວພັນຕ່າງປະເທດຂອງ ໂປໂລຍ ພວມປະເຊີນໜ້າ “ຕາມວິທີດີກວ່າ ແລະ ເປັນມື້ອາຊີບກວ່າ”.
ໂປໂລຍ ປ່ຽນເອກອັກຄະລັດຖະທູດປະຈຳກວ່າ 50 ປະເທດ - ảnh 1ທ່ານນາຍົກລັດຖະມົນຕີ Donald Tusk
(ພາບ: PAP/TTXVN)

        ທ່ານລັດຖະມົນຕີການຕ່າງປະເທດ ໂປໂລຍ Radoslaw Sikorski, ໄດ້ຕົກລົງຮຽກຕົວເອກອັກຄະລັດຖະທູດຂອງ ໂປໂລຍ ປະຈຳກວ່າ 50 ປິເທດກັບເມືອປະເທດ. ທ່ານນາຍົກລັດຖະມົນຕີ Donald Tusk ໄດ້ອະນຸມັດຜ່ານລະບຽບການດັ່ງກ່າວ.

        ຕາມກະຊວງການຕ່າງປະເທດ ໂປໂລຍ ແລ້ວ, ບັນດາການປ່ຽນແປງນີ້ເພື່ອແນໃສ່ແກ້ໄຂສິ່ງທ້າທາຍເຊິ່ງນະໂຍບາຍພົວພັນຕ່າງປະເທດຂອງ ໂປໂລຍ ພວມປະເຊີນໜ້າ “ຕາມວິທີດີກວ່າ ແລະ ເປັນມື້ອາຊີບກວ່າ”. ກະຊວງການຕ່າງປະເທດ ໂປໂລຍ ຫວັງວ່າ, ບັນດາອົງການຫຼັກແຫຼ່ງຂອງປະເທດນີ້ຈະສົມທົບກັນເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ.

        ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ Andrzej Duda ໄດ້ຖະແຫຼງວ່າ, ບໍ່ສາມາດປົດຕຳແໜ່ງ ແລະ ແຕ່ງຕັ້ງເອກອັກຄະລັດຖະທູດຄົນໃໝ່ ຖ້າບໍ່ມີຄວາມເຫັນດີຈາກປະທານາທິບໍດີ. ຕາມສື່ມວນຊົນ ໂປໂລຍ ແລ້ວ, ທ່ານປະທານາທິບໍດີ Andrzej Duda ແລະ ທ່ານນາຍົກລັດຖະມົນຕີ Donald Tusk ໄດ້ເກີດບັນດາຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງໃນບັນດາບັນຫາພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ