ໂປໂລຍ ມອບເປັນຂອງຂວັນ ແລະ ຊ່ວຍເຫຼືອວັກຊິນກັນໂຄວິດ-19 ກວ່າ 3,5 ລ້ານໂດສໃຫ້ແກ່ຫວຽດນາມ

(VOVWORLD) -ໂປໂລຍ ແມ່ນປະເທດທຳອິດທີ່ຊ່ວຍເຫຼືອໃຫ້ຫວຽດນາມ ຈຳນວນວັກຊິນຫຼາຍຄືແນວນັ້ນ, ເປັນການສະແດງໃຫ້ເຫັນນຳໃຈຢ່າງຈິງໃຈ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານລະຫວ່າງປະຊາຊົນ 2 ປະເທດ.
ໂປໂລຍ ມອບເປັນຂອງຂວັນ ແລະ ຊ່ວຍເຫຼືອວັກຊິນກັນໂຄວິດ-19 ກວ່າ 3,5 ລ້ານໂດສໃຫ້ແກ່ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບເອກອັກຄະລັດຖະທູດໂປໂລຍ ປະຈຳຫວຽດນາມ
(ພາບ: VGP)

ຕອນບ່າຍວັນທີ 17 ສິງຫາ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດໂປໂລຍ ປະຈຳຫວຽດນາມ Wojciech Gerwel ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຂອບໃຈລັດຖະບານ ໂປໂລຍ ໄດ້ຕົກລົງມອບວັກຊິນ Astra Zeneca ຈຳນວນ 500.000 ໂດສ ໃຫ້ແກ່ ຫວຽດນາມ, ພ້ອມແລ້ວຈະຊ່ວຍເຫຼືອວັກຊິນ Astra Zeneca ຈຳນວນ 3 ລ້ານໂດສ ແລະ ຫຼາຍເຄື່ອງອຸປະກອນການແພດທີ່ມີມູນຄ່າ 4 ລ້ານ USD ໃຫ້ແກ່ຫວຽດນາມ. ຄາດວ່າ, ຈຳນວນເຄື່ອງອຸປະກອນດັ່ງກ່າວຈະສົ່ງມາຮອດນະຄອນ ໂຮ່ຈີມິນ ໃນວັນທີ 25 ສິງຫານີ້.

ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ໂປໂລຍ ແມ່ນປະເທດທຳອິດທີ່ຊ່ວຍເຫຼືອໃຫ້ຫວຽດນາມ ຈຳນວນວັກຊິນຫຼາຍຄືແນວນັ້ນ, ເປັນການສະແດງໃຫ້ເຫັນນຳໃຈຢ່າງຈິງໃຈ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານລະຫວ່າງປະຊາຊົນ 2 ປະເທດ.

ເມື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາຢາກຊຸກຍູ້ການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ແລະ ປາດຖະໜາວ່າ ລັດຖະບານ ໂປໂລຍ ສືບຕໍ່ໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ ໂປໂລຍ ຮັບປະກັນຊີວິດການເປັນຢູ່ໃຫ້ເປັນປົກກະຕິ, ໂດຍສະເພາະແມ່ນໃນເວລາເກີດໂລກລະບາດ. ທ່ານນາຍົກລັດຖະມົນຕີ ຟ້າມມີນຈິງ ແລະ ທ່ານເອກອັກຄະລັດຖະທູດ ໂປໂລຍ Wojciech Gerwel ກໍ່ໄດ້ແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມືໃນບັນດາຂົງເຂດ 2 ຝ່າຍ ແລະ ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.

ທ່ານເອກອັກຄະລັດຖະທູດ Wojciech Gerwel ຢືນຢັນຈະມານະພະຍາຍາມປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນການພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງຫວຽດນາມ ແລະ ໂປໂລຍ, ເພື່ອຜົນປະໂຫຍດລວມຂອງທັງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ