ໂປ​ໂລຍ, ອີ​ຕາ​ລີ ໜູນ​ຊ່ວຍ ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 10 ກັນຍາ, ງວດສິນຄ້າອຸປະກອນການແພດ ທີ່ມີມຸນຄ່າປະມານເກືອບ 4 ລ້ານ ໂດລາສະຫະລັດ ໂດຍ ໂປໂລຍ ແລະ ອີຕາລີ ໜູນຊ່ວຍໃຫ້ແກ່ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ສົ່ງມາຮອດນະຄອນ ໂຮ່ຈີມິນ ດ້ວຍເຮືອບິນທະຫານ.
ໂປ​ໂລຍ, ອີ​ຕາ​ລີ ໜູນ​ຊ່ວຍ ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາງ Gabriella Biondi ຮອງຫົວໜ້າກົມອາຊີ ແລະ ໂອເຊອາເນຍ, ກະຊວງການຕ່າງປະເທດ ອີຕາລີ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ  Rome (ພາບ: TTXVN)

ວັນທີ 10 ກັນຍາ, ງວດສິນຄ້າອຸປະກອນການແພດ ທີ່ມີມຸນຄ່າປະມານເກືອບ 4 ລ້ານ ໂດລາສະຫະລັດ ໂດຍ ໂປໂລຍ ແລະ ອີຕາລີ ໜູນຊ່ວຍໃຫ້ແກ່ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ສົ່ງມາຮອດນະຄອນ ໂຮ່ຈີມິນ ດ້ວຍເຮືອບິນທະຫານ. ສິນຄ້າງວດດັ່ງກ່າວລວມມີອຸປະກອນການແພດ ພ້ອມດ້ວຍເຄື່ອງປ້ອງກັນຕົວຈຳນວນໜຶ່ງ.

ວັກຊິນກັນພະຍາດໂຄວິດ - 19 AstraZeneca ລວມ 800.000 ໂດສ ເຊິ່ງ ອີຕາລີ ອຸປະຖຳໃຫ້ແກ່ ຫວຽດນາມ ຜ່ານໂຄງການ COVAX ຈະໄດ້ມອບໃຫ້ ຫວຽດນາມ ໃນວັນທີ 13 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ