ໂລກຕ້ອງເສຍເວລາຢ່າງໜ້ອຍສຸດ6ເດືອນເພື່ອຄວບຄຸມໂລກພະຍາດEbola

ໂລກຕ້ອງເສຍເວລາຢ່າງໜ້ອຍສຸດ6ເດືອນເພື່ອຄວບຄຸມໂລກພະຍາດEbola - ảnh 1
ກໍລະນີເສຍຊີວິດຍ້ອນໄວຣັດ Ebola
(ພາບ: AP)

(vovworld) – ໂລກ​ຕ້ອງ​ເສຍ​ເວລາ​ຢ່າງ​ໜ້ອຍ​ສຸດ 6​ ເດືອນ​ເພື່ອ​ຄວບຄຸມ​ໂລກ​ພະຍາດ Ebola - ນີ້​ແມ່ນ​ການ​ຄາດ​ຄະ​ເນ​ໂດຍ​ທ່ານ​ນາງ Joan Lew, ປະທານ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ທ່ານໝໍ​ບໍ່​ມີ​ພົມ​ແດນ ຍົກ​ອອກ​ມາ​​ໃນ​ວັນ​ທີ 15/8, ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ. ຕາມ​ທ່ານນາງ Lew ​ແລ້ວ, ປະຊາຊົນ​​ໂລກຕ້ອງ​ເອົາ​ໃຈ​ໃສ່​ຕົ້ນ​ຕໍ່ເຖິງ Liberia, ບ່ອນ​ທີ່​​ໃນ​ເວລາພຽງ 2 ວັນ ​ແມ່ນ​ວັນ​ທີ 10 ​ແລະ 11/8, ມີ 71 ກໍລະນີ​ຕິດ​ແປດ​ພະຍາດ, 32 ຄົນ​ຖືກ​ຕິດພະຍາດ​ກ່ອນ​ນັ້ນ​ໄດ້​ເສຍ​ຊີວິດ​ແລ້ວ. ທ່ານ​ນາງ​ໃຫ້​ຮູ້​ວ່າ: ບັນ​ດາ​ນັກ​ຊ່ຽວຊານ​ມີ​ຄວາມ​ວິຕົກ​ວັງ​ວົນ​ພິ​ເສດ​ຕໍ່​ສະພາບ​ໄວ​ຣັດ ​​ໄດ້​​ແຊກ​ຊຶມເຂົ້າ​ບັນດາ​ນະຄອນ​ໃຫຍ່​ຂອງ Liberia. ທ່ານ​ນາງ Lew ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ສາກົນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ພາ​ຍ​ໃຕ້​ການ​ໜູ​ນຊ່ວຍ​ຂອງ​ອົງການ​ອະນາ​ໄມ​ໂລກ (WHO). ທຸກໆ​ລັດຖະບານ​ຕ້ອງ​ມານະ​ພະຍາ​ຍາມ​ໃນ​ທັນທີ​ ​ເພື່ອ​ສະກັດ​ກັ້ນ​ໂລກ​ພະຍາດ​ນີ້.



ຂ່າວ/ບົດ​ອື່ນ