ໂລກຕ້ອນຮັບ “ວັນບຸນຄຼິດສະມາດໃນໄລຍະປິດລ້ອມ”

(VOVWORLD) -ໃນຄ່ຳຄືນວັນບຸນຄຼິດສະມາດ 24 ທັນວາ, ພິທີທາງສາສະໜາຢູ່ໂບດ ຄຼິດສະມາດ ຈະບໍ່ເປີດປະຕູຕ້ອນຮັບມວນຊົນ, ແທນທີ່ດ້ວຍບັນດາການເຄື່ອນໄຫວຖ່າຍຖອດສົດທາງອອນລາຍ.
ໂລກຕ້ອນຮັບ “ວັນບຸນຄຼິດສະມາດໃນໄລຍະປິດລ້ອມ” - ảnh 1(ພາບປະກອບ: THX/TTXVN)

ໂລກລະບາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງບັນຍາກາດຕ້ອນຮັບວັນບຸນຄຼິດສະມາດໃນທົ່ວໂລກ, ເມື່ອມີຫຼາຍຄົນຕ້ອງຍົກເລີກແຜນການ ຫຼື ຈຳກັດການເຂົ້າຮ່ວມບັນດາງານບຸນໃນສະພາບທີ່ຈັດວາງບັນດາມາດຕະການປິດລ້ອມໃໝ່ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດ.

        ຢູ່ເຂດດິນແດນສັກສິດ Bethlehem, ໃນຄ່ຳຄືນວັນບຸນຄຼິດສະມາດ 24 ທັນວາ, ພິທີທາງສາສະໜາຢູ່ໂບດ ຄຼິດສະມາດ ຈະບໍ່ເປີດປະຕູຕ້ອນຮັບມວນຊົນ, ແທນທີ່ດ້ວຍບັນດາການເຄື່ອນໄຫວຖ່າຍຖອດສົດທາງອອນລາຍ.

        ຢູ່ອົດສະຕາລີ, ອຳນາດການປົກຄອງທ້ອງຖິ່ນກໍ່ຫ້າມບໍ່ໃຫ້ຈັດຕັ້ງບັນດາເຫດການທີ່ເຕົ້າໂຮມປະຊາຊົນຫຼາຍຄົນ, ເວັ້ນເສຍແຕ່ການເຕົ້າໂຮມຢູ່ພາຍໃນຄອບຄົວທີ່ມີຂອບຂະໜາດນ້ອຍ.

        ໃນຂະນະນັ້ນ, ມີປະຊາຊົນຟີລິບປີນ ຫຼາຍຄົນໄດ້ເລືອກເອົາວິທີຕ້ອນຮັບວັນບຸນຄຼິດສະມາດ ຄົນດຽວຍ້ອນມີຄວາມວິຕົກກັງວົນຢ້ານຕິດເຊື້ອພະຍາດໂຄວິດ-19 ຢູ່ບັນດາຍານພາຫະນະສາທາລະນະ, ກໍຄືບັນດາຂ້ໍກຳນົດແຍກຕົວເຮັດໃຫ້ການໄປມາຕ້ອງເສຍເວລາ ແລະ ສິ້ນເປືອງເງິນທຶນ.

        ຢູ່ເອີລົບ, ສັນຕະປະປາ Francis ມີແຜນການຈັດວັນບຸນຄຼິດສະມາດ ຢູ່ສຳນັກ ວາຕີກັງ ໄວກວ່າ 2 ຊົ່ວໂມງ ເພື່ອໃຫ້ຖືກກັບກົດໄອຍະການເລິກຢູ່ອີຕາລີ. ໃນສານສົ່ງໄປໃນຄ່ຳຄືນວັນບຸນຄຼິດສະມາດ, ສັນຕະປະປາ Francis ປາດຖະໜາຢາກໄປຢ້ຽມຢາມ ລີບັງ ທີ່ພວມຕົກເຂົ້າສູ່ສະພາບວິກິດການ, ພ້ອມທັງຮຽກຮ້ອງໃຫ້ວົງການການນຳ, ນັກການເມືອງຢູ່ ຊູດັງໃຕ້ ສືບຕໍ່ຊຸກຍູ້ສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ