ໂລກຕ້ອນຮັບປີໃຫມ່ສາກົນ 2012

ມີ​ປະຊາຊົນ​ນັບ​ລ້ານໆ​ຄົນ​ໄດ້​ມີຫນ້າຢູ່​ບັນດາ​ສູນ​ກາງ​ການ​ເມືອງ, ວັດທະນະທຳ, ​ເຂດ​ປູ​ຊະ​ນິຍະສະ​ຖານ​ປະຫວັດສາດ, ສາສະຫນາ ​ແລະ ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ໃນ​ໂລກ ​ເພື່ອ​ເຫັນ​ປະຈັກ​ຕາ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃຫມ່.  ຢູ່​ບັນດາ​ນະຄອນ​ໃຫຍ່​ຢູ່ ອາຊີ, ປະຊາຊົນ​ກໍມີ​ຄວາມ​ເບີ​ກບານ​ມ່ວນ​ຊື່ນຕ້ອນຮັບ​ປີ​ໃຫມ່​ດ້ວຍ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ. ຢູ່​ຫວຽດນາມ ບັນຍາກາດ​ຕ້ອນຮັບ​ປີ​ໃຫມ່​ສາກົນ​ກໍ​ດຳ​ເນີນ​ໄປ​ໃນ​ທົ່ວ​ປະ​ເທດ. ຢູ່​ເຂດ​ຫ່າງ​ໄກ​ຂອງ​ປະ​ເທດ​ຊາ, ຕອນ​ຄຳ່​ວັນ​ດຽວ​ກັນ, ການພົບ​ປະ​ແລກປ່ຽນຕ້ອນຮັບ​ປີ​ໃຫມ່ 2012 ຂອງ​ຄະນະ​ປະຕິບັດ​ງານ, ບັນດາ​ນັກ​ຂ່າວ ພ້ອມ​ກັບ​ທະຫານ ​ແລະ ປະຊາຊົນ ຢູ່ ​ເກາະ ຊີງ​ຕົນ - ໝູ່​ເກາະ​ເຈື່ອງ​ຊາ ​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ. ທີ່​ການ​ພົບ​ປະ​ແລກ​ປ່ຽນ, ນັກຮົບ​ຫນຸ່ມ ຫງວຽນ​ມີນຈີ ​ໄດ້​ແບ່ງປັນ​ວ່າ:

        “ມື້​ນີ້​ ຂ້າພະ​ເຈົ້າ​ໄດ້​ພ້ອມ​ກັບ​ທະຫານ ​ແລະ ປະຊາຊົນ​ຢູ່​ເກາະ ຊີງ​ຕົນ ກໍ​ຄື​ບັນດາ​ອາວ, ອ້າຍ ​ເອື້ອຍ​ໃນ​ຄະນະ​ປະຕິບັດ​ງານ​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ປີ​ໃຫມ່​ສາກົນ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ, ຂ້າພະ​ເຈົ້າ​ກໍ​ຄື​ບັນດາ​ນັກຮົບມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຫລາຍ ບໍ່ຮູ້ສຶກ​ຄິດ​ຮອດ​ຄອບຄົວ​ອີກ“

        ຢູ່​ນະຄອນ ຮ່າ​ໂນ້ຍ ​ແລະ ​ນະຄອນ ​ໂຮ່ຈິ​ມີນ, ຕອນ​ຄຳ່​ວັນ​ທີ 31/12 ບັນຍາກາດ​ຕ້ອນຮັບ​ປີ​ໃຫມ່​ໄດ້​ດ​ຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ. ຢູ່ ຮ່າ​ໂນ້ຍ ປະຊາຊົນ​ນັບ​​ແສນ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຕໍ່​ຫນ້າ​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ ​ເພື່ອ​ພ້ອມ​ກັນຕ້ອນຮັບ​ປີ​ໃຫມ່​ສາກົນ,ອວຍພອນ​ນຳ​ກັນ​ສິ່ງ​ທີ່​ຈົບງາມ ​ແລະ ມີ​ອະນາຄົດ​ສົດ​ໃສ​ກວ່າ​ໃນ​ປີ 2012. ສ່ວນ​ຢູ່​ນະຄອນ ​ໂຮ່ຈິ​ມີນ, ງານ​ບຸນ​ຕ້ອນຮັບ​ປີ​​ໃຫມ່ສາກົນ 2012 ​ໄດ້​ດຶງ​ດູດ​ປະຊາຊົນ, ຊາວ​ຫວຽດນາມ ອາ​​ໄສ​ຢູ່​ຕ່າງປະ​ເທດ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ​​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລວງຫລາຍ. ນີ້​​ເປັນ​ຄັ້ງທີ 3 ນະຄອນ ​ໂຮ່ຈິ​ມີນຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ນີ້​ຢ່າງ​ລ່ຽນ​ຕິດ ​ແລະ ​ໄດ້​ເປີດ​ກວ້າງ​ຂອບ​ຂະຫນາດ​ຜ່ານ​ແຕ່ລະ​ປີ.

ຕອບກັບ

ຂ່າວ/ບົດ​ອື່ນ