ໂລກ​ພະ​ຍ​າດ Covid – 19 ຫາງ​ສຽງ​ເອີ​ລົບ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ໂຄງ​ການ PEPP ຂອງ ECB

(VOVWORLD) -ທ່ານ Charles Michel ປະທານສະພາເອີລົບ ໄດ້ສະແດງຄວາມຊົມເຊີຍ ແລະ ຖືວ່າ ເອີລົບພວມເດີນຕາມມາດຕະການທາງດ້ານເສດຖະກິດຢ່າງແຮງໃນບັ້ນປ້ອງກັນ, ສະກັດກັ້ນໂລກລະບາດ Covid -19.
ໂລກ​ພະ​ຍ​າດ Covid – 19 ຫາງ​ສຽງ​ເອີ​ລົບ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ໂຄງ​ການ PEPP ຂອງ ECB - ảnh 1ກອງປະຊຸມສຸດຍອດ EU (ພາບ: AFP/TTXVN) 

ຕອນຄ່ຳວັນທີ 18 ມີນາ,  ທະນາຄານກາງເອີລົບ (ECB) ໄດ້ປະກາດໂຄງການດ່ວນ ທີ່ມີຊື່ວ່າ “ໂຄງການເກັບຊື້ຢ່າງຮີບດ່ວນໃນໄລຍະເກີດໂລກລະບາດ” (PEPP) ທີ່ມີມູນຄ່າ 750 ຕື້ ເອີໂຣ (ປະມານ 800 ຕື້ USD) ເພື່ອເກັບຊື້ພັນທະບັດ ແນໃສ່ຮັບມືກັບໂລກລະບາດ Covid -19,  ເຊິ່ງໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກບັນດານັກວາງແຜນນະໂຍບາຍ ແລະ ນັກຊ່ຽວຊານ ຍ້ອນວ່າ ເຂົາເຈົ້າຖືວ່ານີ້ແມ່ນແມ່ນການກະທຳທີ່ພິສູດໃຫ້ເຫັນຄວາມຕັດສິນໃຈໃນການກະທຳຂອງເອີລົບຢູ່ລະດັບພາກພື້ນ ເພື່ອຮັບມືກັບວິກິດການດັ່ງກ່າວ.

ທ່ານ Charles Michel ປະທານສະພາເອີລົບ ໄດ້ສະແດງຄວາມຊົມເຊີຍ ແລະ ຖືວ່າ ເອີລົບພວມເດີນຕາມມາດຕະການທາງດ້ານເສດຖະກິດຢ່າງແຮງໃນບັ້ນປ້ອງກັນ, ສະກັດກັ້ນໂລກລະບາດ Covid -19. ທ່ານກໍ່ເນັ້ນໜັກວ່າບໍ່ມີຄວາມມານະພະຍາຍາມໃດທີ່ຫຼົງເຫຼືອ ເພື່ອສະກັດກັ້ນໂລກລະບາດ ແລະ ປົກປ້ອງພື້ນຖານເສດຖະກິດຂອງເອີລົບໃຫ້ຫຼຸດພົ້ນອອກ ຈາກຄວາມເສຍຫາຍຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ