ໂລກ​ມຸ່ງ​ໄປ​ເຖິງ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ກ່ຽວ​ກັບ​ສຸ​ຂະ​ພາບ

(VOVWORLD) -ດ້ວຍກວ່າ 60 ວາລະປະຊຸມ ແລະ ປຶກສາຫາລືທີ່ດຳເນີນແຕ່ວັນທີ 16 – 18 ຕຸລາ, ກອງປະຊຸມປີນີ້ ຈະສຸມໃສ່ຫົວຂໍ້ຕົ້ນຕໍ ແນໃສ່ພັດທະນາແບບຍືນຍົງ ແລະ ສຸຂະພາບ.
ໂລກ​ມຸ່ງ​ໄປ​ເຖິງ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ກ່ຽວ​ກັບ​ສຸ​ຂະ​ພາບ - ảnh 1ທ່ານນາຍົກລັດຖະມົນຕີ ເຢຍລະມັນ Chancellor Olaf Scholz (ພາບ: healthpolicy-watch.news)

ກອງປະຊຸມສຸດຍອດອະນາໄມໂລກ (WHS) ໄດ້ໄຂຂຶ້ນໃນວັນທີ 16 ຕຸລາ ຢູ່ນະຄອນຫຼວງ ເບີລິນ ຂອງ ສາທາລະນະລັດ ສະຫະພັນ ເຢຍລະມັນ. ພາຍຫຼັງໄລຍະ 2 ປີຮັບມືກັບໂລກລະບາດໂຄວິດ - 19, ນີ້ແມ່ນປີທຳອິດທີ່ເຫດການທາງດ້ານສາທາລະນະສຸກປະຈຳປີນີ້ ໄດ້ດຳເນີນແບບເຊິ່ງໜ້າ ດ້ວຍການເຂົ້າຮ່ວມຂອງຜູ້ແທນມາຈາກກວ່າ 100 ປະເທດ, ມີນັກປະຖະກະຖາ 300 ທ່ານ ພ້ອມດ້ວຍແຂກຖືກເຊີນກວ່າ 6.000 ທ່ານ ທີ່ມາຈາກຫຼາຍຂົງເຂດທີ່ກ່ຽວຂ້ອງເຖິງສຸຂະພາບຊຸມຊົນ. ທ່ານຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ (WHO) ພ້ອມດ້ວຍທ່ານນາຍົກລັດຖະມົນຕີເຢຍລະມັນ ແລະ ທ່ານປະທານາທິບໍດີ ຝລັ່ງ ຮ່ວມກັນອຸປະຖຳໃຫ້ແກ່ເຫດການນີ້.  

ດ້ວຍກວ່າ 60 ວາລະປະຊຸມ ແລະ ປຶກສາຫາລືທີ່ດຳເນີນແຕ່ວັນທີ 16 – 18 ຕຸລາ, ກອງປະຊຸມປີນີ້ ຈະສຸມໃສ່ຫົວຂໍ້ຕົ້ນຕໍ ແນໃສ່ພັດທະນາແບບຍືນຍົງ ແລະ ສຸຂະພາບ: ລົງທຶນໃຫ້ແກ່ສຸຂະພາບ ແລະ ດ້ານຈິດໃຈ; ການປ່ຽນແປງຂອງດິນຟ້າອາກາດ ແລະ ສຸຂະພາບໜ່ວຍໂລກ; ວຽກງານການກະກຽມເພື່ອຮັບມືກັບໂລກລະບາດ; ຫັນເປັນດີຈີຕອນ; ບັນຊີລາຍສື່ສະບຽງອາຫານທີ່ດີຕໍ່ສຸຂະພາບ; ຄວາມສາມາດຟື້ນຟູ ແລະ ຍຸຕິທຳຂອງລະບົບສາທາລະນະສຸກ ແລະ ສຸດທ້າຍແມ່ນສຸຂະພາບຂອງປະຊາຊົນທົ່ວໂລກ ເພື່ອສັນຕິພາບ. ກອງປະຊຸມດັ່ງກ່າວ ຈະສ້າງແຜນການເພື່ອອະນາຄົດທີ່ເຂັ້ມແຂງ ແລະ ສະເໝີພາບກວ່າໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ