ໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 380.000 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ.

(VOVWORLD) -  ໂລກໄດ້ຢັ້ງຢືນມີຜູ້ຕິດເຊືອໂຄວິດ - 19 ລວມທັງໝົດ 232.248.399 ກໍລະນີ ໃນນັ້ນມີ 4.756.524 ຄົນເສຍຊີວິດ
ໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 380.000 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ.  - ảnh 1ພາບປະກອບ

    ໄລ່ຮອດເວລາ 1ໂມງ30 ນາທີຕອນເຊົ້າວັນທີ 26 ກັນຍາຕາມເວລາ UTC.  ໂລກໄດ້ຢັ້ງຢືນມີຜູ້ຕິດເຊືອໂຄວິດ - 19 ລວມທັງໝົດ 232.248.399 ກໍລະນີ ໃນນັ້ນມີ 4.756.524 ຄົນເສຍຊີວິດ. ໃນ 24 ຊົ່ວໂມງທີ່ຜ່ານມາ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ຕືມອີກ 379.729 ຄົນແລະ 5.933 ຄົນຖືກເສຍຊີວິດ. ອາເມລິກາຍັງແມ່ນປະເທດທີ່ມີຜູ້ຕິດເຊືອຫຼາຍກວ່າໝູ່ ດ້ວຍຈຳນວນຜູ້ຕິດເຊື້ອ 54.114 ຄົນ ໃນຂະນະທີ່ ລັດເຊຍກໍ່ໄດ້ຢັ້ງຢືນມີຜູ້ເສຍຊີວິດຫຼາຍກວ່າໝູ່ດ້ວຍ 822 ກໍລະນີ

ຕອບກັບ

ຂ່າວ/ບົດ​ອື່ນ