ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 15.152 ຄົນ, ໃນນັ້ນ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 5.949 ຄົນ ແລະ 74 ຄົນຜູ້ເສຍຊີວິດ.
ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: AFP/TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 26 ມິຖຸນາ, ຕາມເວລາ UTC, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 181.160.317 ຄົນ, ໃນນັ້ນມີຜູ້ເສຍຊີວິດ 3.924.421 ຄົນ. 3 ປະເທດຢັ້ງຢືນມີຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກນັ້ນແມ່ນ: ອາເມລິກາ, ອິນເດຍ ແລະ ບຣາຊິນ.

        ສ່ວນຢູ່ຫວຽດນາມ, ວັນທີ 26 ມິຖຸນາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 6 ໂມງ ຫາເວລາ 12 ໂມງຂອງ ວັນທີ 26 ມິຖຸນາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 37 ຄົນ. ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 15.152 ຄົນ, ໃນນັ້ນ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 5.949 ຄົນ ແລະ 74 ຄົນຜູ້ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ