ໂລກລະບາດໂຄວິດ-19: ຫຼາຍປະເທດຍົກເລີກຂໍ້ຈຳກັດ, ເປີດປະຕູຄືນໃໝ່

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກກວ່າ 1,14 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 3,900 ຄົນ.
ໂລກລະບາດໂຄວິດ-19: ຫຼາຍປະເທດຍົກເລີກຂໍ້ຈຳກັດ, ເປີດປະຕູຄືນໃໝ່ - ảnh 1(ພາບປະກອບ: THX/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 15 ມີນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 495,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 6,07 ລ້ານຄົນ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກກວ່າ 1,14 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 3,900 ຄົນ. ສ.ເກົາຫຼີ ນຳໜ້າຈຳນວນຜູ້ຕິດເຊື້ອພະຍາດລາຍໃໝ່ແມ່ນເກືອບ 310.000 ຄົນ, ໃນຂະນະນັ້ນ ຈຳນວນຜູ້ເສຍຊີວິດຢູູ່ ລັດເຊຍ ຫຼາຍທີ່ສຸດໃນໂລກ ໂດຍມີ 533 ຄົນ.

ທ່ານລັດຖະມົນຕີກະຊວງຄົມມະນາຄົມ ອັງກິດ Grant Shapps ໄດ້ປະກາດຢຸດຕິທຸກຂໍ້ຈຳກັດການໄປມາເຊິ່ງເຄີຍຈັດວາງເພື່ອແນໃສ່ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ອັງກິດ, ເປີດປະຕູການທ່ອງທ່ຽວຄືນໃໝ່ ພາຍຫຼັງເກືອບ 2 ປີໄດ້ປິດປະຕູ ເລີ່ມແຕ່ເວລາ 4 ໂມງຂອງວັນທີ 18 ມີນາເປັນຕົ້ນໄປ.

ໃນຂະນະນັ້ນ, ເລີ່ມແຕ່ອາທິດນີ້, ຝລັ່ງ ບໍ່ຮຽກຮ້ອງປະຊາຊົນຕ້ອງແຈ້ງບັດສັກວັກຊິນ ຫຼື ບັງຄັບຕ້ອງໃຊ້ຜ້າອັດປາກ-ອັດດັງ, ຍົກເວັ້ນບາງກໍລະນີພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ