ໂລກອາໄລຫາເຫດການ 26 ປີແຫ່ງວັນເກີດໂສກນາດຕະກຳນິວເຄຼຍ Trernobyl

ໂລກອາໄລຫາເຫດການ 26 ປີແຫ່ງວັນເກີດໂສກນາດຕະກຳນິວເຄຼຍ Trernobyl - ảnh 1
ປະຊາຊົນວາງດອກໄມ້ອາໄລຫາຜູ້ຮັບເຄາະຮ້າຍຈາກ
ໂສກ​ນາດຕະກຳ​ນິວ​ເຄຼຍ Trernobyl ຢູ່ ກິແອບ, ອຸກກະແລນ
(ພາບ: Intrenet)


Vovworld- ວັນ​ທີ 26/4 ອົງການ​ສະຫະ​ປະຊາຊາດ​ໄດ້​ຈັດ​ພິທີ​ອາ​ໄລ​ຫາ 26 ປີ​ແຫ່ງ​ວັນ​ເກີດ​ໂສກ​ນາດຕະກຳ​ນິວ​ເຄຼຍ Trernobyl ທີ່ຮ້າຍ​ແຮງ​ທີ່​ສຸດ​ໃນ​ສະຕະ​ວັດ​ທີ່ 20 ( 26/4/1986-26/4/2012). ບົດ​ແຈ້ງ​ຂ່າວຂອງ​ທ່ານ​ເລຂາທິການ​ໃຫຍ່ ອົງການ​ສະຫະ​ປະຊາຊາດ Ban ki Moon ​ເນັ້ນ​ໜັກ​ວ່າ ​ໃນ​ໂອກາດ​ນີ້​ພວກ​ເຮົາ​ພ້ອມ​ກັນ​ອາ​ໄລ​ຫາ​ເຖິງ​ຄຸນງາມຄວາມດີ​ຂອງ​ພາລະ​ກອນ​ກູ້​ໄພ​ນັບ​ຮ້ອຍ​ຄົນ​ທີ່​ໄດ້​ຍອມ​ເສຍສະຫຼະ​ຊີວິດ​ຂອງຕົນໃນເຫດຮ້າຍນີ້.  ທ່ານ​ເລຂາທິການ​ໃຫຍ່ ອົງການ​ສະຫະ​ປະຊາຊາດ Ban ki Moon ອີກເທື່ອໜຶ່ງໄດ້ຮຽກຮ້ອງປະຊາຄົມໂລກຈົ່ງ ໜູນຊ່ວຍ​ບັນດາ​ເຂດ​ຮັບ​ຜົນ​ສະທ້ອນ​ຈາກ​ເຫດ​ຮ້າຍ​ນີ້.

   ກ່ອນ​ນີ້ 25 ປີ, ​ໄດ້​ເກີດ​ເຫດ​ລະ​ເບີດ​ຢູ່​ຫ້ອງ​ເຄື່ອງ​ຈັກ​ເລກ 4 ຢູ່​ໂຮງງານ​ໄຟຟ້າ​ປະລະມານູ Trernobyl, ອັນ​ໄດ້​ເຮ​ັດ​ໃຫ້​ເຂດ​ອ້ອມ​ແອ້ມ​ທັງ​ໝົດ​ດ້ວຍ​ລັດສະໝີ​ເຖິງ 30 ກິ​ໂລ​ແມດ​ຖືກ​ຜົນ​ສະທ້ອນ​ກຳ​ມັນ​ຕະພາບ​ລັງສີ.

ຂ່າວ/ບົດ​ອື່ນ