ໂລກໄຂ້ຫວັດສັດປີກພວມມີໄພອັນຕະລາຍແຜ່ລາມອອກສູ່ວົງກ້ວາງຢູ່ຈີນ

ໂລກໄຂ້ຫວັດສັດປີກພວມມີໄພອັນຕະລາຍແຜ່ລາມອອກສູ່ວົງກ້ວາງຢູ່ຈີນ - ảnh 1
ໄກ່ຍັງຖືກວາງຂາຍຢູ່ຕະຫຼາດຊຽງໄຮ ໂດຍບໍ່ຫົວຊາຕໍ່ໄພ​ອັນຕະລາຍ​ແຜ່​ລາມ​ອອກ​ສູ່​ວົງ​ກ້ວາງ​ຂອງໂລກໄຂ້ຫວັດສັດປີກຢູ່ຈີນ

(vovworld)- ວັນທີ 23/1, ຜູ້ຊ່ຽວຊານຄວຍຄຸມໂລກລະບາດຢູ່ຈີນໄດ້ກ່າວ ເຕືອນວ່າ ອັດຕາການສັກຢາ ວັກຊິນປ້ອງກັນໂລກໄຂ້ຫວັດສັດປີກຕ່ຳ ພ້ອມກັບ ເລື່ອງ​ເຊື້ອ​ໄວຣັດ​ໄຂ້​ຫວັດສາຍ​ພັນ​ຕ່າງໆ​ໄດ້​ເຄື່ອນ​ໄຫວ​​ແລະ ​ແຜ່​ລາມຢ່າງ​ກ້ວາງຂວາ​ງ, ອັນ​ໄດ້​ເຮັດ​ໃຫ້​ສະພາບ​ການ​ຄວບ​ຄຸມ​ໂລກໄຂ້ຫວັດສັດປີກຢູ່​ຈີ​ນ ​ໃນ​ລະດູ​ໜາວ​ປີ​ນີ້ປະສົບ ກັບຄວາມ​ຫຍຸ້ງຍາກ. ກະຊວງ​ສາທາລະນະ​ສຸກ​ຈີນ ​ໄດ້​ກວດ​ພົບ ເຊື້ອ​ໄວຣັດ​ໄຂ້​ຫວັດ 3 ສາຍ​ພັນທີ່​ເປັນ​ອັນຕະລາຍ​ຄື : H1, H3 ​ແລະ ໂລກໄຂ້ຫວັດ B . ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ຢູ່​ຈີນ​ໄດ້​ຢັ້ງຢືນ​ມີ​ກ່ວາ 40 ຄົນ​ຕິດ​ໂລກໄຂ້ຫວັດສັດປີກ H7N9, ​ໃນ​ນັ້ນ​ມີ​ຄົນ​ເຈັບ 3 ຄົນ​ໄດ້​ເສຍ​ຊີວິດ​ແລ້ວ. ປະຈຸ​ບັນ, ພວມ​ແມ່ນ​ຈຸດ​ສູງ​​ໃນ​ຍາມ​ລະດູ​ໜາວ, ດັ່ງ​ນັ້ນ, ​ໄພ​ອັນຕະລາຍ​ແຜ່​ລາມ​ອອກ​ສູ່​ວົງ​ກ້ວາງ​ຂອງໂລກໄຂ້ຫວັດສັດປີກ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ.

ຂ່າວ/ບົດ​ອື່ນ