ໂອຕະລິດກ່າວເຕື່ອນຊາວລີ້ໄພເຖິງອີຕາລີສາມາດເພີ່ມຂຶ້ນລະດັບສະຖິຕິ

ໂອຕະລິດກ່າວເຕື່ອນຊາວລີ້ໄພເຖິງອີຕາລີສາມາດເພີ່ມຂຶ້ນລະດັບສະຖິຕິ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 07/04 ທ່ານນາງ Johanna Mikl – Leitner ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ ​ໂອ​ຕະລິດ ​ໄດ້​ອອກສຽງ​ກ່າວ​ເຕື່ອນ ອີ​ຕາ​ລີ ກ່ຽວ​ກັບ​​ເລື່ອງ​ຂະ​ບວນຄົນ​ອົບ​ພະ​ຍົບຈາກ ອາ​ຟຣິກາ​ເໜືອ ຂ້າມທະ​ເລ​ເມ​ດີ​ແຕຣາ​ເນ ​​ເຂົ້າ ອີ​ຕາ​ລີ ຈະ​ເພີ່ມ​ຂຶ້ນ​ລະດັບສະຖິຕິ​ໃນ​ປີ​ນີ້, ຍ້ອນ​ທາງ​ບົກ Balkan ຫຼາຍ​ສາຍຖືກກິດ​ຂວາງ​ໄວ້​ແລ້ວ.  ຕາມ​ທ່ານ​ນາງ Mikl – Leitner ​ຈຳນວນ​ຊາວ​ອົບ​ພະຍົບຢ່າງຜິດ​ກົດໝາຍ​ເຖິງ ອີ​ຕາ​ລີ ​ເພື່ອ​ຈາກ​ນັ້ນ ຊອກ​ຫາ​​ໂອກາດ​ລີ້​ໄພ​ຢູ່​ບັນດາ​ປະ​ເທດ ​ເອີ​ລົບ ອາດສາມາດ​ເພີ່ມ​ຂຶ້ນ 300.000 ຄົນ​ໃນ​ປີ 2016, ສູງ​ທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ​ກ່າຍ. ຈຳນວນ​ຊາວ​ອົບ​ພະຍົບດັ່ງກ່າວ ບໍ່​ພຽງ​ແຕ່​ມາ​ຈາກ ຊີຣີ ​ເທົ່າ​ນັ້ນ ຫາກ​ຍັງ​ມາ​ຈາກ​ບັນດາ​ປະ​ເທດ ​ອາຟຣິກາ​ເໜືອ ອີກ​ດ້ວຍ ​ແລະ ຕົ້ນຕໍ​ແມ່ນ​ຄົນທີ່​ບໍ່​ມີ​ເງື່ອນ​ໄຂຢ່າງ​ຄົບ​ຖ້ວນ ​ເພື່ອ​​ເຮັດລະບຽບ​ການລີ້​ໄພ. ທ່ານ​ນາງ Mikl – Leitner ອະທິບາຍວ່າ​ກໍ່​ເຊັນ​ດຽວ​ກັນ​ເລື່ອງ​ບັນດາ​ປະ​ເທດ​ບົນ​ເສັ້ນ​ທາງ Balkan ຄື: ສະ​ໂລ​ເວ​ນີ, ກຣົວຊີ ​ແລະ ມາ​ເຊ​ດວນ ​ໄດ້​ປະຕິບັດ, ​ໂອ​ຕະລິດ ຢາກ “ປະກາດ​ໃຫ້ ອີ​ຕາ​ລີ ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເຊິ່ງ ​ໂອ​ຕະລິດ ຈະ​ປະຕິບັດ​ໃນ​ກໍລະນີ​ຂະ​ບວນ​ຊາວ​ອົບ​ພະຍົບຈາກ ​ໂອ​ຕະລິດ ​​ເຂົ້າ ອີ​ຕາ​ລີ ​ແຕ່​ບໍ່​ໄດ້​ຮັບ​ການກວດກາ ”.

ຂ່າວ/ບົດ​ອື່ນ