ໂອ້ລົມສົນທະນາກ່ຽວກັບບັນຫາທະເລຕາເວັນອອກຢູ່ນະຄອນຫຼວງCanberra

ໂອ້ລົມສົນທະນາກ່ຽວກັບບັນຫາທະເລຕາເວັນອອກຢູ່ນະຄອນຫຼວງCanberra - ảnh 1
(ພາບປະກອບ)

​(vovworld) – ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ ​ແລະ ປ້ອງ​ກັນ​ປະ​ເທດ​ສັງ​ກັດ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ອົດສຕາ​ລີ ຫາ​ກໍ່​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາດ້ວຍຫົວ​ຂ້ໍກ່ຽວ​ກັບ​ຫວຽດນາມ ​ແລະ ບັນດາ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນອອກ. ​ທີ່​ການ​ໂອ້​ລົມ​ສົນທະນາ, ​ອ້່າຍ​ໂດ້​ແທງ​ຫາຍ, ນັກ​ສຶກສາຄົ້ນ​ຄວ້າ ​ຫວຽດນາມ ຢູ່​ອົດສຕາ​ລີ ​ໄດ້​ສະ​ເໜີ​ບັນດາ​ໝາ​ກຜົນ​ຕົ້ນ​ຕໍ່​ໃນ​ບົດຍິພົນ​ຄົ້ນຄວ້າ​ຂອງ​ຕົນ, ​​ເຊິ່ງຕາມ​ນັ້ນ​ແລ້ວ, ​ໄດ້​ຊີ້​​ແຈ້ງ​ບັນດາ​ພື້ນຖານ​ປະຫວັດສາດ ​ແລະ ນິຕິ​ກຳ​ຂອງບັນດາ​ຄຳ​ຖະແຫຼ​ງອະທິປະ​ໄຕ ​ແລະ ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ພ້ອມ​ທັງ​ຕີ​ລາຄາ​ສູງ​ວິທີ​ສຳ​ພັດ​ຂອງ​ຫວຽດນາມ ສຳລັບ​ກາ​ນຄຸ້ມ​ຄອງ ​ແລະ ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​​ໃນ​ໄລຍະ 1991 – 2011. ບັນດາ​ນັກຮຽນ​ຮູ້, ນັກ​ຄົ້ນຄວ້າ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ ​ໄດ້​ຍົກ​ອອກ​ບັນດາ​ບັນຫາ​ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ, ກໍ່​ຄື​ມາດ​ຕະການ​ຮັບ​ມື​ຂອງ​ຫວຽດນາມ. ບັນດາ​ການ​ປຶກສາ​ລື​ທີ່​ການ​ໂອ້​ລົມສົນທະນາ​ນີ້ ​ໄດ້​ພິສູດ​ໃຫ້​ເຫ​ັນ​ວ່າ ນັກວິຊາ​ການ​ຄົ້ນ​ຄ້ວາ​ອົດສຕາ​ລີ ​ເວົ້າ​ລວມ ​ແລະ ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ ​ແລະ ປ້ອງ​ກັນ​ປະ​ເທດ​ເວົ້າ​ສະ​ເພາະ ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ສະພາບ​ການ​ຢູ່​ພາກ​ພື້ນ ​ແລະ ວິ​ທີສຳ​ພັດ​ຂອງ​ຫວຽດນາມ ສຳລັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ