ໂຮງງານຕໍ່ກ່ຳປັ່ນ ຣູມານີ ຮັບກຳມະກອນຫວຽດນາມ 130 ຄົນເຂົ້າເຮັດວຽກ

(VOVWORLD) - ໂຮງຈັກຕໍ່ກ່ຳປັ່ນ Braila ແມ່ນພາກສ່ວນໜຶ່ງຂອງບໍລິສັດ Vard (ປະເທດນອກແວ) - ສາຂາຂອງກຸ່ມບໍລິສັດ Fincatieri (ປະເທດ ອີຕາລີ).

ໂຮງງານຕໍ່ກ່ຳປັ່ນ Vard Braila, ເຊິ່ງເປັນຫົວໜ່ວຍນຳໃຊ້ຄົນງານຫຼາຍທີ່ສຸດຢູ່ນະຄອນ Braila, ທາງທິດຕາເວັນອອກ ຣູມານີ ໄດ້ຮັບກຳມະກອນ ຫວຽດນາມ 70 ຄົນເຂົ້າເຮັດວຽກ ແລະ ມີແຜນການຈະຮັບກຳມະກອນ ຫວຽດນາມ ອີກ 60 ຄົນເພື່ອທົດແທນໃຫ້ການຂາດດຸນດ້ານແຮງງານ.

        ໂຮງຈັກຕໍ່ກ່ຳປັ່ນ Braila ແມ່ນພາກສ່ວນໜຶ່ງຂອງບໍລິສັດ Vard (ປະເທດນອກແວ) - ສາຂາຂອງກຸ່ມບໍລິສັດ Fincatieri (ປະເທດ ອີຕາລີ). ປີກາຍ, ໂຮງງານຕໍ່ກ່ຳປັ່ນແຫ່ງອື່ນຂອງກຸ່ມບໍລິສັດນີ້ຕັ້ງຢູ່ Tulcea (ທາງທິດຕາເວັນອອກ Romania) ກໍ່ໄດ້ຮັບກຳມະກອນ ຫວຽດນາມ ປະມານ 300 ຄົນ.

        ໃນໄລຍະຜ່ານມາ, ບັນດາຫົວໜ້າຂອງບໍລິສັດຢູ່ ຣູມານີ ໄດ້ ແລະ ພວມຮັບສະໝັກຄົນງານທີ່ມາຈາກ ຫວຽດນາມ, ເນປານ ແລະ ຟີລິບປິນ ເຂົ້າເຮັດວຽກໃນຂົງເຂງສົ່ງເສີມສຸຂະພາບ, ປຸງແຕ່ງອຸດສາຫະກຳ ແລະ ກໍ່ສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ