ໂຮງຮຽນສອນພາສາ ຫວຽດນາມ ໄດ້ຮັບລາງວັນຂອງ ສະພາມະຫາບັນດິດອັງກິດ

ໂຮງຮຽນສອນພາສາ ຫວຽດນາມ ໄດ້ຮັບລາງວັນຂອງ ສະພາມະຫາບັນດິດອັງກິດ - ảnh 1
(ພາບ: Vietnam+)

(vovworld) - ວັນ​ທີ 27/11, ສະພາ​ມາ​ຫາ​ບັນດິດ​ອັງກິດ (British Academy) ​ໄດ້​ຈັດ​ພິທີ​ມອບ​ລາງວັນ​ໃຫ້ 13 ​ໂຮງຮຽນ​ສອນ​ພາສາ​ຕ່າງປະ​ເທດ ທີ່​ໄດ້​ມີ​ການ​ປະກອບສ່ວນ​ພິ​ເສດ​ເຂົ້າ​ໃນ​ການສິດ​ຊອນ​ພາສາພາສາ​ຕ່າງປະ​ເທດ​ຢູ່​ອັງກິດ, ​ໃນ​ນັ້ນ​ມີ​ໂຮງຮຽນ​ສອນ​ພາສາ​ຫວຽດນາມ ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່ Deptford, ລອນ​ດອນ. ​ໂຮງຮຽນ​ດັ່ງກ່າວ​ໂດຍ​ສະມາຄົມ​ແມ່ຍິງ ​ແລະ ຄອບຄົວ​ຫວຽດນາມ ປະຈຳ​ລອນ​ດອນ ບໍລິຫານ.

        ທ່ານ​ເຊີນ​ແທ່ງ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ປະຈຳ​ອັງກິດ, ສະ​ເໜີ​ຕໍ່​ລັດ​ຫວຽ​ດນາມ ມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ໃນ​ການ​ສະໜອງ​​ປື້​ມຫຼັກ​ສຸດ​ຮຽນ​ພາສາ​ຫວຽດນາມ ​ໃຫ້​ເໝາະ​ສົມ, ​ເພື່ອ​ຊ່ວຍ​ໃຫ້ການ​ສອນ​ພາສາ​ຫວຽດນາມ ​ຊາວ​ຫວຽດນາມ ລຸ້ນໜຸ່ມ​ຢູ່​ອັງກິດ ມີ​ຄວາມ​ສະດວກ​ກວ່າ. ທ່ານ​ຍັງຮຽກຮ້ອງ​​ໃຫ້ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ບັນດາ​ອົງການ​ຕ່າງ​ໜ້​າຂອງ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ບັນດາ​ສະມາຄົມ​ຊາວ​ຫວຽດນາມ ​ແລະ ບັນດາ​ກຳລັງ​ນັກ​ສຶກສາ​ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ທີ່​ພວມ​ຮໍ່າຮຽນ​ຢູ່​ອັງກິດ ​​ເພື່ອແນ​ໃສ່​ເພີ່ມ​ທະວີ​​ບັນດາ​ຫ້ອງ​ຮຽນ​ພາສາ​ຫວຽດນາມ, ​ເຮັດ​ແນວ​ໃດ​ໃຫ້​ພາສາ​ຫວຽດນາມ ກາຍ​ເປັນ​ວິຊາ​ພາສາ​ຕາງ​ປະ​ເທດ​ໃນ​ລະບົບ​ສຶກສາ​ຂອງອັງກິດ.

ຂ່າວ/ບົດ​ອື່ນ