ໂຮງ​ໝໍ​ກາງ​ສະ​ໜາມ ຫວຽດ​ນາມ ແລະ ອິນ​ເດຍ ຝຶກ​ອົ​ບ​ຮົມ​ວິ​ຊາ​ສະ​ເພາະທາງ​ອອນ​ລາຍ

(VOVWORLD) -ການຝຶກອົບຮົມຈະແບ່ງປັນ ແລະ ແລກປ່ຽນປະສົບການດ້ານວິຊາສະເພາະ, ຍົກສູງກຳລັງຄວາມສາມາດທາງການແພດໃນການກວດ, ປິ່ນປົວພະຍາດ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ລະຫວ່າງ ສອງໂຮງໝໍເມື່ອພ້ອມກັນເຄື່ອນໄຫວໃນສະພາບການກາງສະໜາມ.



ໂຮງ​ໝໍ​ກາງ​ສະ​ໜາມ ຫວຽດ​ນາມ ແລະ ອິນ​ເດຍ ຝຶກ​ອົ​ບ​ຮົມ​ວິ​ຊາ​ສະ​ເພາະທາງ​ອອນ​ລາຍ - ảnh 1ບັນດາແພດໝໍ ໃນການຝຶກອົບຮົມ (ພາບ: qdnd.vn)

ໃນລະຫວ່າງວັນທີ 27 – 28 ກໍລະກົດ, ໂຮງໝໍກາງສະໜາມຊັ້ນ 2 ເລກ 3 ຂອງ ຫວຽດນາມ ໄດ້ເຂົ້າຮ່ວມ ຄະນະປະຕິບັດການຮັກສາສັນຕິພາບ ສປຊ ຢູ່ ສ.ຊູດັງໃຕ້, ເປັນຄັ້ງທຳອິດໄດ້ສົມທົບກັບໂຮງໝໍກາງສະໜາມຊັ້ນ 2 ຂອງ ອິນເດຍ ຝຶກອົບຮົມທາງອອນລາຍ ເພື່ອຍົກສູງກຳລັງຄວາມສາມາດທາງການແພດ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ການຝຶກອົບຮົມຈະແບ່ງປັນ ແລະ ແລກປ່ຽນປະສົບການດ້ານວິຊາສະເພາະ, ຍົກສູງກຳລັງຄວາມສາມາດທາງການແພດໃນການກວດ, ປິ່ນປົວພະຍາດ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ລະຫວ່າງສອງໂຮງໝໍເມື່ອພ້ອມກັນເຄື່ອນໄຫວໃນສະພາບການກາງສະໜາມ. ສອງໂຮງໝໍກກໍ່ແບ່ງປັນ ບັນດາປະສົບການທີ່ກ່ຽວຂ້ອງເຖິງວັກຊິນກັນໂຄວິດ - 19.

ປັດຈຸບັນ, ຄະນະປະຕິບັດການຮັກສາສັນຕິພາບ ສປຊ ຢູ່ ສ.ຊູດັງໃຕ້ ໄດ້ມອບໝາຍໃຫ້ ໂຮງໝໍກາງສະໜາມຂອງ ຫວຽດນາມ ຮັບ

ຕອບກັບ

ຂ່າວ/ບົດ​ອື່ນ