ໂຮງໝໍແບກມາຍ ຕ້ອງກາຍເປັນພື້ນຖານສາທາລະນະສຸກທີ່ທັນສະໄໝທັດທຽມລະດັບສາກົນ

ໂຮງໝໍແບກມາຍ ຕ້ອງກາຍເປັນພື້ນຖານສາທາລະນະສຸກທີ່ທັນສະໄໝທັດທຽມລະດັບສາກົນ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ມອບຫຼຽນໄຊ​ເອ​ກະ​ລາດ​ຊັ້ນ 3 ໃຫ​້​ແກ່ໂຮງ​ໝໍ ແບກ​ມາຍ
(vovworld)-ໂຮງ​ໝໍ ແບກ​ມາຍ ຕ້ອງ​ກາຍ​ເປັນ​ພື້ນ​ຖານ​ສາ​ທາ​ລະ​ນະ​ສຸກ​ທີ່​ທັນ​ສະ​ໄໝ​ທັດ​ທຽມ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ. ນີ້​ແມ່ນ​ຄຳ​ສະ​ເໜີ​ຂອງທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ​ທີ່​ພິ​ທີ​ສະ​ເຫຼີ​ມສະຫຼອງ 105 ປີ​ແຫ່​ງວັນ​ສ້າງ​ຕັ້ງ ໂຮງ​ໝໍ ແບກ​ມາຍ ຊຶ່ງ​ຈັດ​ຂຶ້ນ​ໃນຕອນ​ເຊົ້າ​ວັນ​ທີ 19/2 ຢູ່​ຮ່າ​ໂນ້ຍ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເນັ້ນ​ໜັກ​ວ່າ :

   “ ໂຮງ​ໝໍ ແບກ​ມາຍຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ຄົ້ນ​ຄ້​ວາ, ນຳ​ໃຊ້​ຄວາມ​ກ້າວ​ໜ້າ​ດ້ານ​ການ​ແພດ​ທັນ​ສະ​ໄໝ, ຍົກ​ສູງ​ລະ​ດັບ​ວິ​ຊາ​ຊີບ​ຂອງ​ຖັນ​ແຖວ​ແພດ​ໝໍ​ຢູ່​ຕາມ​ໂຮງໝໍ​ເພ​ື່ອ​ໃຫ້ ທັດ​ທຽມ​ກັບລະ​ດັບ​ພາກ​ພື້ນ ແລະ ສາ​ກົນ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ມູນ​ເຊື້ອ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ຕົນ ພ້ອມ​ກັບ​ຄວາມ​ເອົາ​ໃຈ​ໃສ່ຂອງ​ພັກ ແລະ ລັດ, ເປັນ​ຕົ້ນ​ແມ່ນ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກນັ້ນ, ແນ່ນອນ​ວ່າ ໂຮງ​ໝໍ ແບກ​ມາຍຈະ​ກາຍ​ເປັນ​ໂຮງ​ໝ​ໍ​ທັນ​ສະ​ໄໝ ທັດ​ທຽມ​ບັນ​ດາ​ໂຮງ​ໝໍ​ທີ່​ກ້າວ​ໜ້າ​ໃນ​ພາກ​ພື້ນ ແລະ ສາ​ກົນ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ”.

    ທີ່​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ມອບຫຼຽນໄຊ​ເອ​ກະ​ລາດ​ຊັ້ນ 3 ໃຫ​້​ແກ່ໂຮງ​ໝໍ ແບກ​ມາຍ; ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ, ຫຼຽນ​ໄຊ​ແຮງ​ງານ​ໃຫ້​ແກ່​ບັນ​ດາ​ສ່ວນ​ບຸກ​ຄົນ ແລະ ໝູ່​ຄະ​ນະ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ພາ​ລະ​ກິດ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ