ໂຮນລັງ ແລະ ຫວຽດນາມ ຮ່ວມມືໃນການຂຸດຄົ້ນ, ຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳແບບຍືນຍົງ

(VOVWORLD) - ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳໃຕ້ດິນແບບຍືນຍົງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ປາດຖະໜາວ່າ ໂຮນລັງ ໜູນຊ່ວຍ...
ໂຮນລັງ ແລະ ຫວຽດນາມ ຮ່ວມມືໃນການຂຸດຄົ້ນ, ຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳແບບຍືນຍົງ - ảnh 1ໂຮງງານກັ່ນນ້ຳ BOO ນິງຝູ
(ພາບ:Trần Tĩnh/TTXVN)

ຕອນບ່າຍວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ທ່ານ ດັ້ງກວັກແຄ໋ງ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານ Mark Harbers, ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ຄຸ້ມຄອງນ້ຳ ໂຮນລັງ. ນະທີ່ນີ້, ທ່ານ ລັດຖະມົນຕີ ດັ້ງກວັກແຄ໋ງ ໃຫ້ຮູ້ວ່າ: ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ພວມຕັ້ງໜ້າຜັນຂະຫາຍສ້າງສຳເລັດຂອບນິຕິກຳວ່າດ້ວຍການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳຕາມກົດໝາຍວ່າດ້ວຍແຫຼ່ງຊັບພະຍາກອນນ້ຳປີ 2023 ໃຫ້ສົມບູນແບບ; ຜັນຂະຫາຍແຜນການຮ່ວມມືລວມໃນການຊອກຫາ, ຂຸດຄົ້ນດິນຊາຍຢູ່ນອກຝັ່ງແບບຍືນຍົງ; ສ້າງແຜນການຮ່ວມມືກ່ຽວກັບການສຶກສາ, ບຳລຸງສ້າງ ແລະ ຄົ້ນຄ້ວາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງຊັບຍາກອນນ້ຳ…

        ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳໃຕ້ດິນແບບຍືນຍົງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ປາດຖະໜາວ່າ ໂຮນລັງ ໜູນຊ່ວຍ, ແບ່ງປັນບົດຮຽນໃນການຄົ້ນຄ້ວາບັນດາມາດຕະການສັງລວມເພື່ອສະສົມນ້ຳ ແນໃສ່ແກ້ໄຂບັນຫານ້ຳເຫຼືອຫຼາຍໃນລະດູນ້ຳຖ້ວມ ແລະ ການຂາດນ້ຳໃນລະດູແຫ້ງຢູ່ເຂດ, ນຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກາຍເປັນເຂດພັດທະນາແບບຍືນຍົງ. ສຳລັບການເຄື່ອນໄຫວຂອງຄະນະກຳມະການສາກົນກ່ຽວກັບເຂດທົ່ງພຽງ ແລະ ເຂດແຄມທະເລ, ຫວຽດນາມ ຈະສົມທົບກັບ ໂຮນລັງ ວາງອອກບັນດາຂໍ້ສະເໜີຍົກລະດັບກຳລັງຄວາມສາມາດລະດັບຊາດເພື່ອຍາດແຍ່ງເອົາຊັບພະຍາກອນນ້ຳໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ການໜູນຊ່ວຍຫາລ້ຽງຊີບ ໃຫ້ແກ່ປະຊາຊົນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ