ໂຮນລັງດຳເນີນການລົງປະຊາມະຕິກ່ຽວກັບສັນຍາຮ່ວມສຳພັນລະຫວ່າງອີຢູ-ຢູແກຼນ

ໂຮນລັງດຳເນີນການລົງປະຊາມະຕິກ່ຽວກັບສັນຍາຮ່ວມສຳພັນລະຫວ່າງອີຢູ-ຢູແກຼນ - ảnh 1
ໂຮນລັງດຳເນີນການລົງປະຊາມະຕິກ່ຽວກັບສັນຍາຮ່ວມສຳພັນລະຫວ່າງອີຢູ-ຢູແກຼນ
(ພາບ: nc4.info)

(vovworld) - ​ການລົງ​ປະ​ຊາ​ມ​ະ​ຕິ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​​ຮ່ວມ​ສຳ​ພັນ​ລະ​ຫວ່າ​ງ​ຫະ​ພາບ​ເອີ​ລົບ (ອີ​ຢູ) ແລະ ຢູ​ແກຼນ ຖືກ​ດຳ​ເນີນ​ໃນ​ວັນ​ທີ 06/04, ຢູ່​ໂຮນ​ລັງ, ດ້ວ​ຍ​ຄຳ​ຖາມ​ທີ່​ຍົກ​ອອກ​ມາ​ແມ່ນ “ເພື່ອນ​ສະ​ໜັບ​ສະ​ໜູນ ​ຫຼື ຄັດ​ຄ້ານ​ເລື່ອງ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​​ຮ່ວ​ມ​ສຳ​ພັນ​ລະ​ຫວ່າງ​ອີ​ຢູ ແລະ ຢູ​ແກຼນ ?”. ​ການ​ລົງ​ປະ​ຊາ​ມ​ະ​ຕິ​ພຽງ​​ແຕ່​ມີລັ​ກ​ສະ​ນະພິ​ຈາ​ລະ​ຈາ, ໝາຍ​ຄວາ​ມ​ວ່າ, ລັດ​ຖະ​ບານ​ໂຮນ​ລັງ ບໍ່​ບັງ​ຄັບ​ຕ້ອງ​ປະ​ຕິ​ບັດ​ຕ​າມ​ໝາກ​ຜົນ​ຂອ​ງ​ການ​ປ່ອນ​ບັດ. ຖ້າ​ຫາກ​​ອັດ​ຕາ​ສ່ວນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປປ່ອນ​ບັດ​ໜ້ອຍກວ່າ 30% ​ການ​ລົງ​ປະ​ຊາ​ມະ​ຕິ​ໄດ້​ຮັບ​ຖື​ວ່າ​ແມ່ນ​ບໍ່ຖືກ​ຕາມ​ກຳ​ນົດ. ຖ້າ​ຫາກ​ອັດ​ຕາ​ສ່ວນນີ້​ສູງກວ່າ 30% ນັ້ນ, ໝາກ​ຜົນ​ຈະ​ແມ່ນຄຳ​ຕອບ​​ຂອງ​ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ປ່ອນ​ບັດ​ແມ່ນກວ່າ 50%.

        ​ກ່ອນ​ທີ່​ຈ​ະ​ປະ​ຕິ​ບັດ​ການ​ລົງ​ປະ​ຊາ​ມ​ະ​ຕິ, ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ແລະ​ ຜູ້ຄັດ​ຄ້ານ​ສັນ​ຍາ​ລ​້ວນ​ແຕ່​ດຳ​ເນີນ​ບັນ​ດ​າບັ້ນ​ໂຄ​ສະ​ນາ​ໃ​ຫ້​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ. ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ຖື​ວ່າ, ສັນ​ຍາ​ໄດ​້​ຊ່ວຍ​ໃຫ້​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ອີ​ຢູ ແລະ ຢູ​ແກຼນ, ກໍ​ຄື​ການ​ປະ​ຕິຮູບ​ຢູ່​ປະ​ເທດນີ້​ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ຄັດ​ຄ້ານ​ຖື​ວ່າ, ສັນ​ຍານີ້​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ອີ​ຢູ, ລັດ​ເຊຍ ແລະ ຢ​ູ​ແກຼນ.

ຂ່າວ/ບົດ​ອື່ນ