ໂຮມຊຸມນຸມຕອບສະໜອງວັດສາກົນ ແລະ ວັນ ທົ່ວປວງຊົນປາບປາມເສບຕິດ 26/6

ໂຮມຊຸມນຸມຕອບສະໜອງວັດສາກົນ ແລະ ວັນ ທົ່ວປວງຊົນປາບປາມເສບຕິດ 26/6 - ảnh 1
ກອງປະຊຸມວັນ​ທົ່ວ​ປວງ​ຊົນ​ປາບ​ປາມ​ຢາ​ເສບ​ຕິດ
( ພາບ: chaobuoisang.net )


( vovworld ) -   ຕອນ​ເຊົ້າ​ວັນ​ທີ 24/6, ຢູ່​ນະຄອນ ນິງບີ່​ງ ( ​ແຂວງ​ນິງບີ່​ງ ), ກະຊວງ​ຕຳຫຼວດ - ອົງການ​ປະຈຳການ​ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ ​ໄດ້​ສົມ​ທົບ​ກັບ​ສູນ​ກາງ​ສະມາຄົມ​ຊາວ​ກະ​ສີກ​ອນ​ຫວຽ​ດນາມ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ນິງບີ່​ງ ຈັດ​ຕັ້ງພິທີ​ໂຮມ​ຊຸມ​ນູມຕອບສະໜອງ​ວັດ​ສາກົນ ​ແລະ ວັນ​ທົ່ວ​ປວງ​ຊົນ​ປາບ​ປາມ​ຢາ​ເສບ​ຕິດ 26/6. ກ່າວ​ຄຳ​ເຫັນ​ທີ່​ພິທີ, ​ພົນ​ໂທ Dang Van Hieu, ຮອງ​ລັດຖະມົນຕີ​ຜູ້​ປະຈຳ​ການກະຊວງ​ຕຳຫຼວດ​ຊີ້​ແຈ້ງວ່າ: ​ໃນ​ຊຸມ​ປີຜ່ານ​ມາ, ວຽກ​ງານ​ປາບ​ປາມ​ຢາ​ເສບ​ຕິດ ບັນລຸ​​ໄດ້ບັນດາ​ຜົນງານ​ທີ່​ສຳຄັນ, ປະກອບສ່ວນ​ເຂົ້າ​ໃນ​​ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ລັດຖະມົນຕີ Dang Van Hieu ​ໄດ້​ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ສືບ​ຕໍ່​ຊີ້​ນຳ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ສຶກສາ​ກ່ຽວ​ກັບ​ການ​ປາບ​ປາມ​ຢາ​ເສບ​ຕິດ​ກວ່າ​ອີກ; ​ໃນ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​​ເຖິງວຽກ​ງານ​ໂຄສະນາ​ຢ່າງ​ກວ້າງຂວາງກ່ຽວ​ກັບ​​ຢາ​ເສບ​ຕິດສັງ​ລວມປະ​ເພດ​ຕ່າງໆ ​ແລະ ຜົນ​ຮ້າຍ​ຈາກຢາ​ເສບ​ຕິດ​​, ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ທຸກ​ຄົນ, ​ໂດຍ​ສະ​ເພາະ​ແມ່ນ​ລຸ້ນໜຸ່ມ​ຮັບ​ຮູ້​​ໄດ້ຄວາມ​ອັນຕະລາຍ​ຂອງ​ຢາ​ເສບ​ຕິດ​ນີ້.

ຂ່າວ/ບົດ​ອື່ນ