ໃກ້​ຈະ​ມີ​ platform ​ຈອງ​ປີ້​ລົດ​ໄຟ​ອອນ​ໄລ​ສຳ​ລັບ​ນັກ​ທ່ອງ​ທ່ຽວ

(VOVWORLD) - ທາງບໍລິສັດຈະພ້ອມກັບ GlobalGSA Group ຜັນຂະຫຍາຍການຄົ້ນຄວ້າເຊື່ອມຕໍ່ platform ນີ້ກັບບັນດາບໍລິສັດລົດໄຟ ຫວຽດນາມ. ຄາດວ່າ ກາງເດືອນ ມີນາ 2025, platform ນີ້ຈະໄດ້ເປີດຕົວອອກສູ່ມວນຊົນ ຫວຽດນາມ ຢ່າງເປັນທາງການ.
ໃກ້​ຈະ​ມີ​ platform ​ຈອງ​ປີ້​ລົດ​ໄຟ​ອອນ​ໄລ​ສຳ​ລັບ​ນັກ​ທ່ອງ​ທ່ຽວ - ảnh 1ບໍລິສັດຫຸ້ນສ່ວນການບໍລິການ Deks Air ຫວຽດນາມ ສົມທົບກັບ  Railclick ລົງນາມຮ່ວມມືຍຸດທະສາດ ເພື່ອເປີດຕົວ platform  ຈອງປີ້ລົດໄຟອອນໄລ (ພາບ: BNEWS/TTXVN)

ຕອນບ່າຍວັນທີ 3 ມີນາ, ບໍລິສັດຫຸ້ນສ່ວນການບໍລິການ Deks Air Vietnam ໄດ້ສົມທົບກັບ Railclick (Global Representacion Turistica SL) ໄດ້ຈັດພິທີລົງນາມການຮ່ວມມືຍຸດທະສາດ ເພື່ອເປີດຕົວ platform ຈອງປີ້ລົດໄຟອອນໄລ. ການຮ່ວມມືຄັ້ງນີ້ບໍ່ພຽງແຕ່ເປີດກາລະໂອກາດສະໜອງມາດຕະການທ່ອງທ່ຽວທີ່ສະດວກ ແລະ ປະດິດຄິດສ້າງເຖິງລູກຄ້າເທົ່ານັ້ນ, ຫາກຍັງສ້າງສາຍພົວພັນຮ່ວມມືໃນຂະແໜງການບິນ ແລະ ການທ່ອງທ່ຽວ ເພື່ອແນໃສ່ພັດທະນາບັນດາກຸ່ມຜະລິດຕະພັນໃໝ່ອີກດ້ວຍ.

        Railclick ແມ່ນແປຼດຟອມ ຊ່ວຍໃຫ້ຜູ້ນຳໃຊ້ສາມາດຊອກຮູ້, ປຽບທຽບ ແລະ ຈອງປີ້ສຳລັບບັນດາຖ້ຽວລົດໄຟຢູ່ ເອີຣົບ ໄດ້ຢ່າງງ່າຍດາຍ. platform ດັ່ງກ່າວ ຮ່ວມມືກັບຫຼາຍບໍລິສັດລົດໄຟໃຫຍ່ ເຊັ່ນ Trenitalia, Renfe, Eurostar, TGV, SBB, OBB, DB ກໍຄືຫຼາຍຄູ່ຮ່ວມມືຢູ່ ທະວີບ ອາເມລິກາ, ອາຊີ ແລະ ອາຟະລິກາ ເພື່ອແນໃສ່ນຳມາເຊິ່ງການບໍລິການຈອງປີ້ຢ່າງວ່ອງໄວ, ສະດວກ ແລະ ປອດໄພໃຫ້ແກ່ລູກຄ້າ.

        ໄລຍະຈະມາເຖິງ, ທາງບໍລິສັດຈະພ້ອມກັບ GlobalGSA Group ຜັນຂະຫຍາຍການຄົ້ນຄວ້າເຊື່ອມຕໍ່ platform ນີ້ກັບບັນດາບໍລິສັດລົດໄຟ ຫວຽດນາມ. ຄາດວ່າ ກາງເດືອນ ມີນາ 2025, platform ນີ້ຈະໄດ້ເປີດຕົວອອກສູ່ມວນຊົນ ຫວຽດນາມ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ