ໃນ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ຫວຽດ​ນາມ ຢັ້ງ​ຢ​ືນ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ​ຕື່ມ​ອີກ ກວ່າ 29.400 ຄົນ

(VOVWORLD) -ວັນທີ 14 ກຸມພາ, ຫວຽດນາມ ຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 29.413 ຄົນ, ໃນນັ້ນມີ 10 ຄົນມາຈາກຕ່າງປະເທດ. 
ໃນ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ຫວຽດ​ນາມ ຢັ້ງ​ຢ​ືນ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ​ຕື່ມ​ອີກ ກວ່າ 29.400 ຄົນ - ảnh 1(ພາບປະກອບ: VOV)

ນັບແຕ່ເວລາ 16:00 ໂມງຂອງວັນທີ 13 ກຸມພາເຖິງເວລາ 16:00 ໂມງຂອງວັນທີ 14 ກຸມພາ, ຫວຽດນາມ ຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 29.413 ຄົນ, ໃນນັ້ນມີ 10 ຄົນມາຈາກຕ່າງປະເທດ. ໃນວັນດຽວກັນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 6.190 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ມີ 91 ຄົນ ເສຍຊີວິດ.     

ນັບແຕ່ເລີ່ມເກີດໂລກລະບາດເປັນຕົ້ນມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ  2,5 ລ້ານ ຄົນ. ປະຈຸບັນ, ຈຳນວນກໍລະນີປິ່ນປົວຫາຍດີມີ 2.232.947 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ