ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມມີຈຳນວນຜູ້ຕິດເຊື້ອໂຄວິດ -19 ໄດ້ຮັບການປິ່ນປົວຫາຍດີເພີ່ມຂຶ້ນເກືອບ 9 ເທົ່າເມື່ອທຽບໃສ່ຈຳນວນຜູ້ຕິດເຊື້ອໃໝ່

(VOVWORLD) -ໃນວັນທີ 1 ມິຖຸນາ ຫວຽດນາມ ມີຄົນເຈັບ ຕື່ມອີກ  9.542 ຄົນໄດ້ຮັບການປິ່ນປົວໃຫ້ຫາຍດີ, ເພີ່ມຂຶ້ນເກືອບ 9 ເທົ່າເມື່ອທຽບໃສ່ຈຳນວນ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່
ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມມີຈຳນວນຜູ້ຕິດເຊື້ອໂຄວິດ -19 ໄດ້ຮັບການປິ່ນປົວຫາຍດີເພີ່ມຂຶ້ນເກືອບ 9 ເທົ່າເມື່ອທຽບໃສ່ຈຳນວນຜູ້ຕິດເຊື້ອໃໝ່ - ảnh 1ພາບປະກອບ

     ນັບແຕ່ເວລາ 16 ໂມງຂອງວັນທີ 31 ພຶດສະພາ ຫາ 16 ໂມງ ຂອງວັນທີ 1 ມິຖຸນາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 1.047 ຄົນ ຢູ່ໃນ 40 ແຂວງ, ນະຄອນ.

           ໃນວັນທີ 1 ມິຖຸນາ ຫວຽດນາມ ມີຄົນເຈັບ ຕື່ມອີກ  9.542 ຄົນໄດ້ຮັບການປິ່ນປົວໃຫ້ຫາຍດີ, ເພີ່ມຂຶ້ນເກືອບ 9 ເທົ່າເມື່ອທຽບໃສ່ຈຳນວນ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່. ອັນໄດ້ຍົກຍອດ ຈຳນວນຜູ້ຕິດເຊື້ອໂຄວິດ -19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ9.471.840 ຄົນ

     ນັບແຕ່ເມື່ອເກີດໂລກລະບາດມາຮອດປະຈຸບັນ, ຫວຽດນາມມີ ຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 10.720.426 ຄົນ. ໄລ່ຮອດບ່າຍວັນທີ 1 ມິຖຸນາ, ຫວຽດນາມສັກວັກຊິນກັນພະຍາດໂຄວິດ-19 ໃຫ້ປະຊາຊົນໄດ້ 221.395.862 ໂດສ

ຕອບກັບ

ຂ່າວ/ບົດ​ອື່ນ