ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຢູ່ພາຍປະເທດເປັນຈຳນວນ 7.631 ຄົນ ແລະ 1.301 ຄົນໄດ້ຮັບການປິ່ນປົວຫາຍດີ

(VOVWORLD) -ນັບແຕ່ເວລາ 16 ໂມງ ຂອງວັນທີ 6ພະຈິກ ຫາ ເວລາ 16 ໂມງຂອງວັນທີ 7 ພະຈິກ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ໃໝ່ 7.646 ຄົນ, ໃນນັ້ນມີ 15 ກໍລະນີມາຈາກຕ່າງປະເທດ ແລະ 7.631 ກໍລະນີຢູ່ 56 ແຂວງ ແລະ ນະຄອນທົ່ວປະເທດ.ໃນນັ້ນນະຄອນໂຮ່ຈິມິນມີຜູ້ຕິດເຊື້ອຫຼາຍກ່ວາໝູ່ ດ້ວຍ 1.009 ກໍລະນີ.
ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຢູ່ພາຍປະເທດເປັນຈຳນວນ 7.631 ຄົນ ແລະ 1.301  ຄົນໄດ້ຮັບການປິ່ນປົວຫາຍດີ  - ảnh 1ພາບປະກອບ

     ເປັນອັນວ່າ ໄລຮອດວັນທີ 7ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 968.684  ຄົນ

   ໃນວັນທີ 7 ພະຈິກ, ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 1.301 ຄົນ ອັນໄດ້ຍົກ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີຂຶ້ນເປັນ 840.402  ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 61  ຄົນ, ອັນໄດ້ຍົກ ຍອດຈຳນວນຄົນເຈັບທີ່ ຖືກເສຍຊີວິດ ຂຶ້ນເປັນ 22.531 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ