ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຢູ່ພາຍໃນປະເທດ ຈຳນວນ 10.583 ຄົນ

(VOVWORLD) -ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 10.583 ຄົນ ຢູ່ 34 ແຂວງ ແລະ ນະຄອນ
ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຢູ່ພາຍໃນປະເທດ ຈຳນວນ 10.583  ຄົນ - ảnh 1ການເອົາຕົວຢ່າງວິໄຈຫາເຊື້ອ

    ນັບແຕ່ເວລາ 17 ໂມງ ຂອງວັນທີ 14 ກັນຍາ ຫາ ເວລາ 17 ໂມງຂອງວັນທີ 15 ກັນຍາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 10.583 ຄົນ ຢູ່ 34 ແຂວງ ແລະ ນະຄອນ. ສະເພາະນະຄອນໂຮ່ຈິມິນມີ 5.301 ກໍລະນີ, ບີງເຢືອງ 3.228 ກໍລະນີ, ດົງນາຍ 808 ກໍລະນີ, ຮ່າໂນ້ຍ ມີ 14 ກໍລະນີ.  

   ໃນວັນທີ 15 ກັນຍາ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 14.189 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 250  ຄົນ.

     ເປັນອັນວ່າ ໄລຮອດວັນທີ 15 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 645.640  ຄົນ, ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 412.650 ຄົນ ແລະ 16.186 ຄົນ ເສຍຊີວິດ

ຕອບກັບ

ຂ່າວ/ບົດ​ອື່ນ