ໃນ 27 ວັນຢ່າງລຽນຕິດຫວຽດນາມບໍ່ມີກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ

(VOVWORLD) -ຫວຽດນາມ ໄດ້ປິ່ນປົວຫາຍດີໃຫ້ 252/288 ກໍລະນີຕິດໂຄວິດ-19 ແລ້ວ ແລະ ບໍ່ມີຜູ້ເສຍຊີວິດ.
ໃນ 27 ວັນຢ່າງລຽນຕິດຫວຽດນາມບໍ່ມີກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ - ảnh 1 (ພາບປະກອບ: TTXVN)

ນັບແຕ່ເວລາ 6 ໂມງຂອງວັນທີ 16 ເມສາ ມາຮອດເວລາ 6 ໂມງຂອງວັນທີ 13 ພຶດສະພາ, ຫວຽດນາມ ໄດ້ກ້າວເຂົ້າສູ່ມື້ທີ 27 ທີ່ສາມາດປົກປ້ອງໄດ້ໝາກຜົນໃນເບື້ອງຕົ້ນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແມ່ນບໍ່ມີກໍລະນີຕິດເຊື້ອໂຄວິດ-19 ໃນຊຸມຊົນ.

        ຫວຽດນາມ ໄດ້ປິ່ນປົວຫາຍດີໃຫ້ 252/288 ກໍລະນີຕິດໂຄວິດ-19 ແລ້ວ ແລະ ບໍ່ມີຜູ້ເສຍຊີວິດ. ໃນຈຳນວນ 288 ກໍລະນີນັ້ນ, ມີ 148 ກໍລະນີ ແມ່ນມາຈາກຕ່າງປະເທດ ແລະ ໄດ້ແຍກຕົວຕິດຕາມສຸຂະພາບໂດຍທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ