ໃນຮອບ​ເວ​ລາ 24 ຊົ່ວໂມງ​ຜ່ານ​ມາ, ຫວຽດ​ນາມ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກວ່າ 10.000 ຄົນ

(VOVWORLD) -ໃນວັນທີ 18 ພະຈິກ, ມີຄົນເຈັບຕິດເຊື້ອໄດ້ຮັບການປິ່ນປົວຫາຍດີຕື່ມອີກ 6.723 ກໍລະນີ.
ໃນຮອບ​ເວ​ລາ 24 ຊົ່ວໂມງ​ຜ່ານ​ມາ, ຫວຽດ​ນາມ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກວ່າ 10.000 ຄົນ - ảnh 1 ຫວິງລອງ ຍູ້ແຮງການສັກວັກຊິນກັນພະຍາດໂຄວິດ - 19 (ພາບ: VOV)

  ນັບແຕ່ 16 ໂມງ ຂອງວັນທີ 17 ພະຈິກ ຫາເວລາ 16 ໂມງຂອງວັນທີ 18 ພະຈິກ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 10.223 ກໍລະນີ, ໃນນັ້ນ ມີ 14 ກໍລະນີກັບມາຈາກຕ່າງປະເທດ. ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມ 1.065.469 ກໍລະນີ.

        ໃນວັນດຽວກັນ, ມີຄົນເຈັບຕິດເຊື້ອໄດ້ຮັບການປິ່ນປົວຫາຍດີຕື່ມອີກ 6.723 ກໍລະນີ, ອັນໄດ້ຍົກຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີຢູ່ ຫວຽດນາມ ຂຶ້ນເປັນ 881.593 ກໍລະນີ. ແລະ ກໍໃນວັນດຽວກັນ, ມີ 139  ຄົນເສຍຊີວິດ.

        ໄລ່ຮອດວັນທີ 18 ພະຈິກ, ອັດຕາຜູ້ມີອາຍຸແຕ່ 18 ປີຂຶ້ນໄປໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19 ເຂັມທີໜຶ່ງ ບັນລຸປະມານ 88,5%, ໃນນັ້ນມີປະມານ 51% ແມ່ນໄດ້ຮັບການສັກວັກຊິນຄົບ 2 ເຂັມແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ