ໃຫ້ບຸລິມະສິດ 3 ໜ້າທີ່ຕົ້ນຕໍເພື່ອພັດທະນາເຂດ ໄຕງວຽນ

(VOVWORLD) - ການນຳຄະນະກຳມະການປະຊາຊົນ 5 ແຂວງ ໄຕງວຽນ (ລວມມີ: ຢາລາຍ, ດັກລັກ, ດັກນົງ, ກອນຕູມ, ເລິມດົ່ງ) ໄດ້ສະເໜີບັນດາກົນໄກ ແລະ ນະໂຍບາຍໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງເຂດ ໄຕງວຽນ.
ໃຫ້ບຸລິມະສິດ 3 ໜ້າທີ່ຕົ້ນຕໍເພື່ອພັດທະນາເຂດ ໄຕງວຽນ  - ảnh 1ກອງປະຊຸມປະສານງານເຂດ ໄຕງວຽນ
(ພາບ VGP)

          ຕອນເຊົ້າວັນທີ 20 ກັນຍາ, ຢູ່ນະຄອນ ດ່າລາດ (ແຂວງລຳດົ່ງ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເປັນປະທານກອງປະຊຸມປະສານງານເຂດ ໄຕງວຽນ ຄັ້ງທຳອິດ.

          ທີ່ກອງປະຊຸມ, ການນຳຄະນະກຳມະການປະຊາຊົນ 5 ແຂວງ ໄຕງວຽນ (ລວມມີ: ຢາລາຍ, ດັກລັກ, ດັກນົງ, ກອນຕູມ, ເລິມດົ່ງ) ໄດ້ສະເໜີບັນດາກົນໄກ ແລະ ນະໂຍບາຍໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງເຂດ ໄຕງວຽນ.

          ກ່າວຄຳເຫັນຊີ້ນຳ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ເນັ້ນໜັກວ່າ, ເພື່ອພັດທະນາເຂດ ໄຕງວຽນ, ກ່ອນອື່ນໝົດຈະໃຫ້ບຸລິມະສິດ 3 ໜ້າທີ່ຕົ້ນຕໍ, ລວມມີ: ກໍ່ສ້າງສຳເລັດ, ເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມທົ່ວພາກພື້ນ ແລະ ການເຊື່ອມຕໍ່ກັບບັນດາເຂດ, ທ້ອງຖິ່ນຢູ່ໃກ້ຄຽງ; ສ້າງກົນໄກສົນທົບກັນເພື່ອດຶງດູດ, ສົ່ງເສີມການລົງທຶນ... ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ ພ້ອມກັບການ ປະຕິບັດບັນດາໜ້າທີ່ດັ່ງກ່າວ, ບັນດາທ້ອງຖິ່ນໃນເຂດຕ້ອງເອົາໃຈໃສ່ເຖິງບາງບັນຫາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ວຽກງານຄຸ້ມຄອງ, ປົກປັກຮັກສາປ່າ ຢູ່ເຂດ ໄຕງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ