ໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍສັນຍາລະຫວ່າງຫວຽດນາມ ແລະ ສ.ເຊັກໂກ 2 ສະບັບ

(VOVWORLD) -

ວັນທີ 3 ພຶດສະພາ, ຜູ້ຕາງໜ້າການນຳສະຖານທູດຫວຽດນາມ ປະຈຳ ສ.ເຊັກໂກ ແລະ ຜູ້ຕາງໜ້າການນຳກົມກົດໝາຍສາກົນ, ກະຊວງການຕ່າງປະເທດ ສ.ເຊັກໂກ ໄດ້ເຊັນເອກະສານກ່ຽວກັບການໃຫ້ສັດຕະຍາບັນ ແລະ ການປະຕິບັດສັນຍາລະຫວ່າງ ສສ.ຫວຽດນາມ ແລະ ສ.ເຊັກໂກ ວ່າດ້ວຍການມອບຮັບຜູ້ທີ່ຖືກຕັດສິນລົງໂທດຈຳຄຸກ ຊື່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 2 ກໍລະກົດທີ່ຈະມາເຖິງ.

  ກ່ອນໜ້ານັ້ນ, ລັດຖະບານ ສສ.ຫວຽດນາມ ແລະ ລັດຖະບານ ສ.ເຊັກໂກ ໄດ້ປະຕິບັດສຳເລັດລະບຽບການໃຫ້ສັດຕະຍາບັນສັນຍາວ່າດ້ວຍການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ ຊື່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 2 ກຸມພາທີ່ຜ່ານມາ.

  ສັນຍາລະຫວ່າງລັດຖະບານ ສສ.ຫວຽດນາມ ແລະ ລັດຖະບານ ສ.ເຊັກໂກ ວ່າດ້ວຍການມອບຮັບຜູ້ທີ່ຖືກຕັດສິນລົງໂທດຈຳຄຸກ ແລະ ສັນຍາລະຫວ່າງລັດຖະບານ ສສ.ຫວຽດນາມ ແລະ ລັດຖະບານ ສ.ເຊັກ ວ່າດ້ວຍການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ ໄດ້ລົງນາມໃນໂອກາດການມາຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງປະທານາທິບໍດີ ສ.ເຊັກໂກ Milos Zeman ເມື່ອເດືອນມິຖຸນາປີ 2017.

   ເລື່ອງໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍການປະຕິບັດຜົນບັງຄັບໃຊ້ຂອງສັນຍາສອງສະບັບນີ້ຈະສ້າງພື້ນຖານ ແລະ ກອບກົດໝາຍໃນການຮ່ວມມືປ້ອງກັນ ຕ້ານອາດຊະຍາກຳລະຫວ່າງສອງປະເທດຕື່ມອີກ, ເປັນຂີດໝາຍແຫ່ງບາດກ້າວພັດທະນາຢ່າງຕັ້ງໜ້າຕື່ມອີກ ແລະ ຊຸກຍູ້ການເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮວ່ມມືໃນຫຼາຍຂົງເຂດລະຫວ່າງ ຫວຽດນາມ-ສ.ເຊັກໂກ ໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ