ໄຂ AMS 2023 ຢູ່ ອິນໂດເນເຊຍ, VOV ຄວ້າໄດ້ລາງວັນພິເສດຈາກຄະນະກຳມະການ

(VOVWORLD) - AMS 2023 ແມ່ນກອງປະຊຸມພິເສດຂອງສະຖາບັນພັດທະນາວິທະຍຸກະຈາຍສຽງໂທລະພາບ ອາຊີ - ປາຊີຟິກ (AIDB), ຈັດຂຶ້ນແຕ່ວັນທີ 23-25 ພຶດສະພາ
ໄຂ AMS 2023 ຢູ່ ອິນໂດເນເຊຍ, VOV ຄວ້າໄດ້ລາງວັນພິເສດຈາກຄະນະກຳມະການ - ảnh 1(VOV ຄວ້າໄດ້ລາງວັນພິເສດ)

        ວັນທີ 23 ພຶດສະພາ, ກອງປະຊຸມສື່ສານຂັ້ນສູງອາຊີຄັ້ງທີ 18 (AMS 2023) ດ້ວຍຫົວຂໍ້ “ການສື່ສານຊຸກຍູ້ການພັດທະນາເສດຖະກິດແບບຍືນຍົງ” ໄຂຂຶ້ນຢູ່ ບາລີ, ປະເທດ ອິນໂດເນເຊຍ.

        AMS 2023 ແມ່ນກອງປະຊຸມພິເສດຂອງສະຖາບັນພັດທະນາວິທະຍຸກະຈາຍສຽງໂທລະພາບ ອາຊີ - ປາຊີຟິກ (AIDB), ຈັດຂຶ້ນແຕ່ວັນທີ 23-25 ພຶດສະພາ, ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 500 ທ່ານທີ່ມາຈາກ 40 ປະເທດ. ເຂົ້າຮ່ວມກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງຜູ້ຕາງໜ້າ ແລະ ກຸ່ມນັກປະທະກະຖາສາກົນແບ່ງປັນບົດຮຽນໃນການສ້າງລະບົບສື່ສານແບບຍືນຍົງ; ບົດບາດຂອງສື່ສານໃນການຊຸກຍູ້ບັນດາຄວາມມານະພະຍາຍາມຟື້ນຟູເສດຖະກິດທົ່ວໂລກ.

        ສິ້ນສຸດວາລະປະຊຸມໃນຕອນບ່າຍວັນທີ 23 ພຶດສະພາ, ກອງປະຊຸມໄດ້ຈັດພິທີມອບລາງວັນສາກົນຂອງ AIDB (AIDB International Media Award 2023) ສະຫງວນໃຫ້ບັນດາລາຍການກະຈາຍສຽງໂທລະພາບດີເດັ່ນທີ່ສຸດໃນປີ 2023. ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຄວ້າໄດ້ລາງວັນພິເສດຈາກຄະນະກຳມະການຊຶ່ງໄດ້ແກ່ລາຍການປະເພດກະຈ່າຍສຽງດ້ວຍຫົວຂໍ້ “ຈຸດສູງ 689 ຄາດຫວັງສັນຕິພາບ” ໂດຍກຸ່ມຜູ້ຂຽນ ຫວູຢຸຍ, ທູຮ່ວາ, ລາງແອັງ, ຮັ່ງງາ, ຫງວຽນຮັ່ງ - ພະແນກຂ່າວສະຖານະການການເມືອງ (VOV1).

ຕອບກັບ

ຂ່າວ/ບົດ​ອື່ນ