ໄຂ “ຄ້າຍພັກແລ້ງທະເລໝູ່ເກາະແຫ່ງ ບ້ານເກີດເມືອງນອນ - ພວກຂ້າພະເຈົ້າ ແມ່ນນັກຮົບກອງທັບເຮືອ”

ໄຂ “ຄ້າຍພັກແລ້ງທະເລໝູ່ເກາະແຫ່ງ ບ້ານເກີດເມືອງນອນ - ພວກຂ້າພະເຈົ້າ ແມ່ນນັກຮົບກອງທັບເຮືອ” - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 09/06, ຢູ່​ທ່າ​ກໍ່າ​ປັ່ນກອງພັນ​ນ້ອຍ 171 ກອງທັບ​ເຮືອ, ນະຄອນ​ຫວູງ​ເຕົ່າ, ​ແຂວງ ບ່າ​ເຮ້ຍ ​ໄດ້​​ໄຂ“ຄ້າຍ​ພັກ​​ແລ້ງທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ - ພວກ​ຂ້າພະ​ເຈົ້າ​ແມ່ນ​ນັກຮົບ​ກອງທັບ​ເຮືອ”, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​​ເຍົາວະ​ຊົນກວ່າ 50 ຄົນໃນ​ເກ່ນ​ອາຍຸ​ແຕ່ 10 – 17 ປີ. ​ເຊິ່ງດຳ​ເນີນ​ໄປ​​ແຕ່​ວັນ​ທີ 09 – 15/06, ບັນດາພວກ​ນ້ອງ​​ເຂົ້າ​ຮ່ວມຄ້າຍ​ພັກ​​ແລ້ງ ​ໄດ້​ຮັບ​ການ​ແນະນຳ​ຈາກ​ພະນັກງານ, ກອງພັນ​ນ້ອຍ 171 ກອງທັບ​ເຮືອ ​ແລະ ບັນດາ​ອ້າຍ, ​ເອື້ອຍ ຮັບ​ຜິດ​ຊອບ​ໄວ​ໜຸ່ມ​ເຍົາວະ​ຊົນ ​ແນະນຳ​ຄວາມ​ຮູ້​ດ້ານ​ປ​້ອງກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ສ້າງ​ສະຕິ​ຕື່ນ​ຕົວ, ຝືກ​ຝົນ​ແບບ​ແຜນການ​ດຳລົງ​ຊີວິດ, ລະບຽບ​ວິ​ໄນ ​ແລະ ດຳ​ເນີນ​ຊີວິດ​ຮ່ວມ, ສຶກສາອົບຮົມກ່ຽວ​ກັບ​ນ້ຳ​ໃຈ​ຮັກຊາດ, ຄຸນ​ນະ​ທາດ​ດ້ານ​ການ​ເມືອງ... ຜ່ານ​ນັ້ນ, ຊ່ວຍ​ໃຫ້​ພວກ​ນ້ອງ​ຍົກ​ສູງ​ຄວາມ​ເອກອ້າງ​ທະນົງ​ໃຈ​ກ່ຽວ​ກັບ​ມູນ​ເຊື້ອ​ວິລະ​ຊົນ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ກໍ​ຄື​ຂອງ​ກອງທັບ​ເ​ຮື​ອຫວຽດນາມ ດ້ວຍ​ຈິດ​ໃຈ​ກຽມພ້ອມສູ້​ຮົບ, ​ເສຍສະຫຼະ​ຊີວິດ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ໝູ່​ເກາະ, ທະ​ເລ​ທີ່​ສັກກະ​ລະບຸ​ຊາ​ຂອງ​ປະ​ເທດ​ຊາດ.
ຂ່າວ/ບົດ​ອື່ນ