ໄຂ “ຊຸມມື້ຫວຽດນາມ ຢູ່ ຍີ່ປຸ່ນ”

ໄຂ “ຊຸມມື້ຫວຽດນາມ ຢູ່ ຍີ່ປຸ່ນ” - ảnh 1
(ຊຸມ​ມື​້ຫວຽດນາມ ຢູ່ ຍີ່ປຸ່ນ)

(vovworld) - ພິທີ​ໄຂ “ຊຸມ​ມື​້ຫວຽດນາມ ຢູ່ ຍີ່ປຸ່ນ”, ​ແມ່ນ​ເຫດການ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 12 ກັນຍາ, ຢູ່​ນະຄອນຫຼວງ ​ໂຕ​ກຽວ. ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິນ ​ເນັ້ນ​ໜັກ​ວ່າ ພາຍຫຼັງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ, ​ເລີກ​ເຊິ່ງ ​ແລະ ກວ້າງຂວາງ​ໃນ​ຫຼາຍ​ຂົງ​ເຂດ, ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພື່ອ​ສັນຕິພາບ, ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ​ອາຊີ. ການ​ພົວພັນ​ຫວຽດນາມ - ຍີ່ປຸ່ນ ພວມ​ຢູ່​ໃນ​ໄລຍະ​ດີກ​ວ່າ​ໝູ່​ໃນ​ປະ​ຫວັດ​ສາດ. “ຊຸມ​ມື​້ຫວຽດນາມ ຢູ່ ຍີ່ປຸ່ນ” ຈະດຳ​ເນີນ​ໄປ​ແຕ່​ວັນ​ທີ 12 – 22 ກັນຍາ, ຢູ່ 5 ຕົວ​ເມືອງ​ໃຫຍ່​ຄື: ​ໂຕ​ກຽວ, ​ໂອ​ຊາ​ກາ, ​ໂກ​ແບ, ນາ​​ໂອກາ, ຟຸກື​ກາ. ​ເນື່ອງ​ໃນ​ໂອກາດ​ນີ້ ​ກໍ່ຈັດການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ​ໂຄສະນາ​ວັດທະນະທຳອີກ​ດ້ວຍ.

ຂ່າວ/ບົດ​ອື່ນ