ໄຂFestivalວັດທະນະທຳແພໄໝຫວຽດນາມ-ອາຊີ2016

ໄຂFestivalວັດທະນະທຳແພໄໝຫວຽດນາມ-ອາຊີ2016 - ảnh 1
ຜູ້ຕາງໜ້າສະຫະສະມາຄົມແພໄໝ ອາຊີ ມີໜ້າໃນ Festival

(vovworld) –  Festival ວັດ​ທະນະ​ທຳ​ແພ​ໄໝ ຫວຽດນາມ - ອາຊີ ປີ 2016 ດ້ວຍ​ຫົວ​ຂໍ້​ວ່າ “ນຳ​ແພ​ໄໝ​​ໄປ​ສູ່​ຊີ​ວິດ​ທັນ​ສະ​ໄໝ” ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 28/3, ຢູ່​ນະຄອນ ​ໂຮ້ຍອານ, ​ແຂວງ ກວາງ​ນາມ. ມີຜູ້​ແທນ​ກ່ວາ 70 ຄົນທີ່​ມາ​ຈາກ 9 ປະ​ເທດ​​ມີ​ພື້ນຖານ​ແພ​ໄໝ​ພົ້ນ​ເດັ່ນ​ໃນ​ໂລກ​ເຂົ້າ​ຮ່ວມ.

        Festival ວັດ​ທະນະ​ທຳ​ແພ​ໄໝ ຫວຽດນາມ - ອາຊີ ປີ 2016 ລວມມີ 2 ​ເນື້ອ​ໃນ​ຕົ້ນຕໍ​ນັ້ນ​ແມ່ນ “ຟື້ນ​ຟູ​ຈຸ​ດວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແພ​ໄໝ ຫວຽດນາມ” ​ແລະ “​ເສັ້ນທາງ​ແພ​ໄໝ​ກ້າວ​ເຂົ້າ​ສູ່​ຊີວິດ​ທັນ​ສະ​ໄໝ”. ​ທ່ານ ດິງຫ່າ​ຍ, ຫົວໜ້າ​ພະ​ແນ​ກວັດທະນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ກວາງ​ນາມ, ​ໃຫ້​ຮູ້​ວ່າ:

        “​ໃນ​ຮອບ​ເວລາ 10 ປີ​ມາ​ນີ້, ຂະ​ແໜງ​ແພ​ໄໝ ຖືກ​​ເສື່ອ​ມຫາຍ​​ເທື່ອລະ​ກ້າວ​ຕະຫຼາດ, ຍ້ອນ​ຄວາມ​ນິຍົມ​ຂອງ​ລູກ​ຄ້າ​ປ່ຽນ​​ແປງ. ປະຈຸ​ບັນ, ​ແຂວງ ກວາງ​ນາມ, ດ້ວຍ​ການ​ຟື້ນ​ຟູ​ບັນດາ​ໝູ່​ບ້ານ​ອາຊີບ, ໄດ້​ມີ​ແຜນ​ຮ່າງ​ຟື້ນ​ຟູ​ບັນດາ​ໝູ່​ບ້ານ​ອາຊີ​ບ, ຕົວຢ່າງ​ຄື​ໝູ່​ບ້ານ​ອາຊີບ​ຕຳ່​​ແພ​ໄໝຢູ່​ເທດສະບານ ນາມ​ເຟືອ​ກ, ​ເມືອງ ຢູຍຊວຽນ, ໝູ່​ບ້ານ​ອາຊີບ ຕຳ່​ແພ​ໄໝ​ຢູ່​ຢູຍຈີ​ງ. ປະຈຸ​ບັນ, ຢູ່​ທີ່​ນີ້​ພວມ​ອະນຸລັກ​ຮັກສາ​ອາຊີບ​ຕຳ່​ແພ​ໄໝ ​ແລະ ພວມ​ເສີມ​ຂະຫຍາຍ​ມູນ​ຄ່າ​ຂອງ​ອາຊີບ​ຕຳ່​ແພ​ໄໝ​ໃນ​ການ​ພັດທະນາ​ເສດຖະກິດ.”

        Festival ວັດ​ທະນະ​ທຳ​ແພ​ໄໝ ຫວຽດນາມ - ອາຊີ ປີ 2016 ປະກອບສ່ວນ​ປະຕິບັດ​ຍຸດ​ທະ​ສາດອະນຸລັກ​ຮັກສາ ​ແລະ ພັດທະນາ​ອາຊີ​ບ ​ແລະ ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດນາມ.


ຂ່າວ/ບົດ​ອື່ນ