ໄຂກອງປະຊຸມ APEC 21

ໄຂກອງປະຊຸມ APEC 21  - ảnh 1ໄຂກອງປະຊຸມ APEC 21  - ảnh 2ໄຂກອງປະຊຸມ APEC 21  - ảnh 3ໄຂກອງປະຊຸມ APEC 21  - ảnh 4

(ພາບປະກ​ອບ )

(vovworld)- ຕອນ​ບ່າຍວັນ​ທີ 7/10, ກອງ​ປະຊຸມ​ຂັ້ນສູງຄັ້ງ​ທີ 21 ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ ເສດຖະກິດ ອາຊີ​ - ປາຊີ​ຟິກ ( APEC) ​ໄດ້​ໄຂ​ຂຶ້ນ​ຢ່າງສົມ​ກຽດ​ຢູ່​ເກາະບາ​ລີ ປະ​ເທດ ອິນ​ໂດ​ເນ​ເຊຍ. ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​​ເຊຍ Susilo Bambang Yudhoyono ​ໄດ້​ເນັ້ນໜັກ​ຄວາມ​ໝາຍ​ຂອງ​ກອງ​ປະຊຸມ​ດ້ວຍ​ຫົວ​ເລື່ອງ “ອາຊີ - ປາຊີ​ຟິກ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​​ຕົນ​ເອງ: ກຳລັງ​ໜູນ​ຂອງການ​ເຕີບ​ໂຕ​ທົ່ວ​ໂລກ​” ​ແລະ ຢືນຢັນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ APEC ​ໃນ​ການ​ປະຕິບັດ​ຈຸດໝາຍ Bogor ກ່ຽວ​ກັບ​ການ​ຫັນ​ການ​ຄ້າ​ເປັນ​ເສລີ​ໃນ 19 ປີຜ່ານມາ ​ໄດ້​ປະກອບສ່ວນ​ນຳ​ເວທີ​ປາ​ໄສ APEC ກາຍ​ເປັນ​ກຳລັງ​ໜູນຊຸກຍູ້​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ ປຊຊ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ.

  ພາຍຫຼັງ​ພິທີ​ໄຂ, ບັນດາ​ການ​ນຳ​ໄດ້​ເຂົ້າຮ່ວມ​ວາລະ​ປະຊຸມ​ທາງ​ການຄັ້ງປະຖົມມະ​ເລິ​ກກ່ຽວ​ກັບ​ບົດບາດ​ຂອງ APEC ​ໃນ​ການ​ປັບປຸງ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ໃນ​ສະພາບ​ການ​ເສດຖະກິດ​ໃນ​ປະຈຸ​ບັນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ກຳ​ໄດ້​ຮັບ​ຄຳ​ເຊີນ​ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມຄັ້ງປະຖົມມະ​ເລິ​ກນີ້. ທ່ານ​ຮຽກຮ້ອງ​ໃຫ້ APEC ຕ້ອງ​​ເດັດດ່ຽວ​ກ່ວາ​ອີກ​ໃນ​ການ​ປະຕິບັດ​ບັນດາ ຈຸດໝາຍ Bogor. APEC ກໍ່ຕ້ອງ​ຊຸກຍູ້​ການ​ຄ້າ​ທົ່ວ​ໂລກ​ຕາມ​ທິດ​ຍຸຕິ​ທຳ, ປະຊາທິປະ​ໄຕ, ສີວິ​ໄລ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ​ຢ່າງ​ແຮງ ປະກອບສ່ວນ​ເຂົ້າ​ໃນ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ປະກາດ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຂັ້ນສູງ APEC ຄັ້ງທີ 25 ​ໃນ​ປີ 2017.

ຂ່າວ/ບົດ​ອື່ນ