ໄຂກອງປະຊຸມ ຊາວຫວຽດນາມອາໄສຢູ່ຕ່າງປະເທດ ຄັ້ງທີ່ 2

ໄຂກອງປະຊຸມ ຊາວຫວຽດນາມອາໄສຢູ່ຕ່າງປະເທດ ຄັ້ງທີ່ 2 - ảnh 1
ກອງປະຊຸມຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ຄັ້ງ​ທີ່ 2 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 27/9
(ພາບ: baohanoimoi)

  

Vovworld- ຕອນເຊົ້າວັນທີ 27/9 ຢູ່ນະຄອນໂຮ່ຈິມິນ, ໄດ້ໄຂກອງປະຊຸມຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ຄັ້ງ​ທີ່ 2 ດ້ວຍ​ຫົວ​ເລື່ອງ “ ວິ​ໄສ​ທັດ​ເຖິງ​ປີ 2020 - ປະຊາ​ຄົມຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ເຊື່ອມ​ໂຍງ ​ແລະ ພັດທະນາ​ພ້ອມ​ກັບປະ​ເທດ​ຊາດ” ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ຈັດ​ຕັ້ງຂຶ້ນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາງ​ Nguyen Thi Doan ຮອງ​ປະທານ​ປະ​ເທດ, ທ່ານ Le Hong Anh ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ, ທ່ານ Huynh Dam ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມພ້ອມກັບ ຜູ້ນຳອີກຫຼາຍທ່ານ ແລະ ຜູ້ຕາງໜ້າຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດເກືອບ 1000 ຄົນ.

ທີ່ກອງປະຊຸມ, ທ່ານ Le Hong Anh ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກໄດ້ຢືນຢັນວ່າກອງປະຊຸມຄັ້ງນີ້ ແມ່ນມີ ຄວາມໝາຍສຳຄັນ, ແມ່ນປະກົດການ ທີ່ມີຊີວິດ​ຊີວາ​ໃຫ້​ແກ່​ເຈດ​ຈຳນົງ ​ແລະ ຄວາມ​ມຸ່ງ​ຫວັງ​ຂອງຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ກ່ວາ 4 ລ້ານ​ຄົນ​ພວມ​ພ້ອມ​ກັນ​ສາມັກຄີ​ກັນ​ເພື່ອ​ສ້າງ​ປະຊາ​ຄົມຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ໃຫ້​ເຂັ້ມ​ແຂງ, ອວາຍ​ໜ້າ​ເມືອ​ຫາ​ປະ​ເທດ​ຊາດ . ທ່ານ Le Hong Anh  ​ເນັ້ນ​ໜັກວ່າ :

   “ ມີ​ຄຳ​ຄິດ​ຄຳ​ເຫັນ​ຫຼາຍ​ຂໍ້​ຂອງຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ບັນດາ​ລັດຖະນະ​ໂຍບາຍ​ໃຫຍ່​ຂອງ​ພັກ, ລັດ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ. ນ້ຳ​ໃຈ​ອັນ​ສູງ​ສົ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ສາຍ​ຈິດ​ມິດ​ໃຈ ​ແລະ ທັດສະນະ ຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ໜຶ່ງ​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກປະ​ເທດ​ຊາດ ​ແລະ ​ເປັນ​ແຫຼ່ງກຳລັງ​ຂອງ​ຊາດ​ຫວຽດນາມ, ຂອງ​ພັກ ​ແລະ ລັດ​ຫວຽດນາມ ” ນັບ​ແຕ່​ພາຍຫຼັງກອງປະຊຸມຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດຄັ້ງ​ທີ່ 1 ປີ 2009 ມາ​ຮອດ​ປະຈຸ​ບັນ, ມີ​ຫຼາຍ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ສືບຕໍ່​ໄດ້​ຮັບ​ການ​ປະກາດ​ໃຊ້ຫຼື​ປັບປຸງ, ສ້າງ​ໃຫ້​ສົມບູນ​ແບບ, ສາມາດ​ຕອບ​ສະໜອງ​ສິດຜົນປະ​ໂຫຍ​ດອັນ​ແທດ​ຈິງ​ຂອງ​ປະຊາ​ຄົມຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ. ​ແຕ່​ໃນ​ໄລຍະ​ທີ່​ຜ່ານ​ມາ ມີ​ບັນດາ​ນະ​ໂຍບາຍ​ທີ່​ມີ​ຕໍ່ຊາວຫວຽດ ນາມອາ​ໄສ​ຢູ່​ຕ່າງປະ​ເທດຍັງ​ຖືກ​ຄ້າງ​ຄາ​ໃນ​ການ​ຜັນ​ຂະຫຍາຍ ​ແລະ ຍັງ​ຂາດ​ບັນດາ​ນະ​ໂຍບາຍ, ມາດ​ຕະການ​ລະອຽດ​ເພື່ອ​ຮຽກຮ້ອງ ​ແລະ ສ້າງ​ເງື່ອນ​ໄຂ​ໜູນ​ຊ່ວຍ​ປັນຍາ​ຊົນຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດກັບ​ເມືອ​ເຮັດ​ວຽກ​ຢູ່​ບ້ານ​ເກີດ​ເມືອງ​ນອນ. ທ່ານ Le Hong Anh ສະ​ເໜີ​ກອງປະຊຸມຄວນຕີ​ລາຄາ​ຢ່າງ​ເຕັມ​ສ່ວນ​ກ່ຽວ​ກັບ​ສະພາບ​ການ ​ແລະ ທ່າ​ອຽງ​ພັດທະນາ​ຂອງ​ປະຊາ​ຄົມຊາວ ຫວຽດ ນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ເພື່ອ​ຈາກ​ນັ້ນ​ຍືນ​ສະ​ເໜີຕໍ່​ພັກ ​ແລະ ລັດສ້າງ​ແຜນການ​ຂົນຂວາຍຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ. ທ່ານ Ho Van Minh ສັງກັດ​ສະມາຄົມ ຊາວ ຫວຽດນາມອາ​ໄສ​ຢູ່​​ແຂວງ​ສະຫວັນນະ​ເຂດປະ​ເທດລາວ​ໃຫ້​ຮູ້​ວ່າ :

    “ ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ເກັບ​ຮັກສາ ​ແລະ ອະນຸລັກ​ພາສາ​ຫວຽດ​ໃນ​ວົງ​ຄະນະ​ຍາດ​ເປັນ​ຢ່າງ​ດີ​ທີ່​ສຸດ ​ແມ່ນ​ນັບ​ແຕ່​ເມື​່ອ​ເຂົ້າ​ຮຽນ​ຫ້ອງ​ປ 1 ຈົນ​ເຖິງ​ເວລາ​ເຕີບ​ໃຫຍ່. ດ້ວຍ​ວິທີ​ຖ່າຍ​ທອດ​ພາສາ​ຫວຽດຜ່ານ​ພິທີ​ໂຮມ​ຊຸມນຸມ​ມິດ​ຕິງ, ​ແລກປ່ຽນ​ເອກະສານ​ຜ່ານ Internet , ການສະ​ແດງ​ສິລະ​ປະ ​ແລະ ອື​ນໆ. ພວກ​ຂ້າພະ​ເຈົ້າ​ຢາກ​ຖ່າຍ​ທອດ​ຮູບ​ພາບ​ດ້ວຍ​ຮູບ​ເງົາ, ປຶ້ມ​ອ່ານ, ໜັງສື​ພິມ... ”

 

 

ຂ່າວ/ບົດ​ອື່ນ