ໄຂ​ກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​​​ການສຶກ​ສາ ອາ​ຊຽນ ຄັ້ງ​ທີ 12

(VOVWORLD) -    ວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຫງວຽນກີມເຊີນ ລັດຖະມົນຕີ ກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ປະທານກອງປະຊຸມ ລັດຖະມົນຕີການສຶກສາ ອາຊຽນ ຄັ້ງທີ 12. ນີ້ແມ່ນເຫດການທີ່ສຳຄັນໃນສະໄໝທີ່ກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ເປັນປະທານຜັດປ່ຽນ ຂອງການຮ່ວມມືດ້ານການສຶກສາ ອາຊຽນ ປີ 2022-2023.
ໄຂ​ກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​​​ການສຶກ​ສາ ອາ​ຊຽນ ຄັ້ງ​ທີ 12 - ảnh 1ຜູ້ແທນບັນດາປະເທດເຂົ້າຮ່ວມພິທີ, ຖ່າຍຮູບເປັນທີ່ລະນຶກ (ພາບ: VOV)

ກ່າວຄຳເຫັນຢູ່ພິທີໄຂກອງປະຊຸມລັດຖະມົນຕີສຶກສາ ອາຊຽນ ຄັ້ງທີ 12, ທ່ານຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍພິເສດ ເມື່ອໄດ້ຈັດຕັ້ງແບບເຊິ່ງໜ້າ ພາຍຫຼັງ 2 ປີ ທີ່ທົ່ວໂລກຕ້ານໂລກລະບາດໂຄວິດ - 19 ແລະ ວຽກງານການສຶກສາຢູ່ທົ່ວໂລກລ້ວນແຕ່ຖືກຂາດວັກຂາດຕອນ.

        ຜ່ານກອງປະຊຸມນີ້ ແລະ ພ້ອມດ້ວຍບຸລິມາສິດຕ່າງໆໃນສະໄໝ ທີ່ຫວຽດນາມໄດ້ຮັບກຽດເປັນປະທານຮ່ວມມືດ້ານການສຶກສາ 2022-2023 ຂອງອາຊຽນ, ຂ້າພະເຈົ້າເຊື່ອໝັ້ນວ່າການນຳຂະແໜງສຶກສາຂອງບັນດາປະເທດ ອາຊຽນ ຈະພ້ອມກັນກໍ່ສ້າງ ແລະ ປະຕິບັດນະໂຍບາຍການສຶກສາຢ່າງຖືກຕ້ອງ, ມີປະສິດທິຜົນ. ກ່ອນອື່ນໝົດແມ່ນເພື່ອຟື້ນຟູ ແລະ ຮັກສາລັກສະນະຕໍ່ເນື່ອງຂອງການເຄື່ອນໄຫວດ້ານການສຶກສາ.

        ຢູ່ທີ່ກອງປະຊຸມລັດຖະມົນຕີສຶກສາ ອາຊຽນ ຄັ້ງທີ 12, ລັດຖະມົນຕີບັນດາປະເທດສະມາຊິກ ອາຊຽນ ໄດ້ແລກປ່ຽນກ່ຽວກັບສະພາບການສຶກສາ ແລະ ບຳລຸງສ້າງຂອງແຕ່ລະປະເທດ, ແບ່ງປັນບັນດາບົດຮຽນພຶດຕິກຳຕົວຈິງ, ປະສົບການ ແລະ ການຊອກຫາມາດຕະການການຮ່ວມມື, ມຸ່ງໄປສູ່ການພັດທະນາດ້ານການສຶກສາແບບຍືນຍົງ ຂອງແຕ່ລະປະເທດ, ພິເສດແມ່ນໃນສະພາບການພາຍຫຼັງໂລກລະບາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ