ໄຂກອງປະຊຸມ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27)

(VOVWORLD) - ຜູ້ຕາງໜ້າຂອງກ່ວາ 190 ປະເທດ, ປະມຸກລັດຂອງບາງປະເທດ, ບັນດາອົງການສາກົນ, ຜູ້ຕາງໜ້າບັນດາອົງການສັງຄົມ, ວິສາຫະກິດເຂົ້າຮ່ວມກອງປະຊຸມ
ໄຂກອງປະຊຸມ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27) - ảnh 1ພິທີໄຂ COP27 ໄຂຂຶ້ນໃນວັນທີ 6 ພະຈິກ

ຕອນບ່າຍວັນທີ 6 ພະຈິກ, ກອງປະຊຸມຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27) ໄດ້ໄຂຂຶ້ນຢູ່ນະຄອນ Sharm El-Sheikh, ປະເທດ ອີຢິບ ແລະ ຈະແກ່ຍາວຮອດວັນທີ 18 ພະຈິກ.

        ຜູ້ຕາງໜ້າຂອງກ່ວາ 190 ປະເທດ, ປະມຸກລັດຂອງບາງປະເທດ, ບັນດາອົງການສາກົນ, ຜູ້ຕາງໜ້າບັນດາອົງການສັງຄົມ, ວິສາຫະກິດເຂົ້າຮ່ວມກອງປະຊຸມ.   ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Sameh Shoukry, ລັດຖະມົນຕີການຕ່າງປະເທດ ອີຢິບ, ປະທານ COP27 ຢັ້ງຢືນວ່າ: ການປ່ຽນແປງຂອງດິນຟ້າອາກາດໄດ້ກາຍເປັນໄພນາບຂູ່ຕໍ່ຊີວິດການເປັນຢູ່ຂອງມະນຸດ. ວິທະຍາສາດຢັ້ງຢືນຮູບແບບການພັດທະນາເຊິ່ງມະນຸດພວມເດີນຕາມແມ່ນບໍ່ໝັ້ນຄົງຍືນຍົງຄືເກົ່າ ແລະ ໄດ້ກໍ່ຜົນເສຍຫາຍໜັກໜ່ວງໃຫ້ແກ່ລຸ້ນຄົນໃນອະນາຄົດ. ປະທານ COP27 ຮຽກຮ້ອງໃຫ້ປະຊາຄົມສາກົນສະແດງເຈດຕະນາທາງດ້ານການເມືອງໃນການແກ້ໄຂບັນດາບັນຫາຂອງການປ່ຽນແປງຂອງດິນຟ້າອາກາດ, ຫັນຈາກການເຈລະຈາ, ຄຳໝັ້ນສັນຍາໄປສູ່ການໃຫ້ບຸລິມະສິດປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ