ໄຂກອງປະຊຸມ ສຳມະນາສາກົນ ກ່ຽວກັບ ທະເລຕາເວັນອອກ

ໄຂກອງປະຊຸມ ສຳມະນາສາກົນ ກ່ຽວກັບ ທະເລຕາເວັນອອກ - ảnh 1

(ພາບປະກອບ: ອິນ​ເຕີ​ແນັດ)

(VOV)- ຕອນ​ເຊົ້າວັນ​ທີ 19/11, ຢູ່ນະ​ຄອນໂຮ່ຈິ​ມິນ, ສະ​ຖາ​ບັນ​ການ​ຕ່າງປະ​ເທດ ​ແລະ ສະມາຄົມ​ທະນາຍຄວາມ​ຫວຽດນາມ ສົມທົບ​ກັນຈັດກອງ​ປະຊຸມ​ສຳ​ມະ​ນາສາວິທະຍາສາດ​ກົນ​ຄັ້ງທີ 4 ດ້ວຍ​ຫົວ​ຂໍ້: “​ທະ​ເລ​ຕາ​ເວັນ​ອອກ: ການ​ຮ່ວມ​ມື​ເພື່ອ​ຄວາມໝັ້ນຄົງ ​ແລະ ການພັດທະນາ​ໃນ​ພາກ​ພື້ນ“. ນີ້​ແມ່ນ​ເວທີ​ປາ​ໄສ​ວິທະຍາສາດ​ເພື່ອ​ແນ​ໃສ່​ແລ​ກປ່ຽນ​ບັນດາ​ໝາກຜົນ​ແຫ່ງ​ການ​ຄົ້ນຄ້ວາ, ປຶກສາ​ຫາລື​ຈາກ​ແງ່​ມູມກົດໝາຍ​ສາກົນ ​ແລະ ການ​ພົວພັນ​ສາກົນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ທະ​ເລ​ຕາ​ເວັນ​ອອກ, ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ ​ແລະ ກ່ຽວ​ກັບ​ບັນດາ​ເຫດການ​ເກີດ​ຂຶ້ນ​ບົນ​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ຜ່ານ​ນັ້ນ​ໄດ້​ສະ​ເໜີ​ເພີ່ມ​ທະວີ​ກາ​ນຮ່ວມ​ມື, ສະກັດ​ກັ້ນ ​ແລະ ຄວບຄຸມ​ການ​ປະ​ທະ​ກັນ, ວິ​ກິດ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ເອກ​ອັກຄະ​ລັດຖະທູດ Dang Dinh Quy ຜູ້ອຳນວຍການສະ​ຖາ​ບັນ​ການ​ຕ່າງປະ​ເທດຫວຽດນາມ ຊີ້​ແຈງ​ວ່າ:

   “ທະ​ເລ​ຕາ​ເວັນ​ອອກແມ່ນໜຶ່ງ​ໃນ​ບັນດາ​ເຂດ​ເກີດ​ການ​ພິພາດ​ສັບສົນ​ກ່ວາ​ໝູ່​ໃນ​ໂລກ. ຄວາມ​ສັບສົນ​ດັ່ງກ່າວ​ພວມ​ເພີ່ມ​ຂຶ້ນ​ຫຼາຍ​ກ່ວາ​ອີກ​ຍ້ອນ​ການ​ຫັນປ່ຽນ​ສະພາບ​ການ​ພາຍ​ໃນ​ຫຼາຍ​ຂອງປະ​ເທດ, ການ​ຫັນປ່ຽນສະພາບ​ເສດຖະກິດ, ການ​ເມືອງ, ການ​ທະ​ຫານ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ. ສະພາບ​ການ​ນັບ​ມື້​ນັບ​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ, ພວກ​ເຮົາ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ, ພ້ອມ​ທັງ​ຊອກ​ຫາ​ບັນດາ​ວິທີ​ການ​ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ນຳບັນດາ​ໝາກການຜົນ​ຄົ້ນຄ້ວາ, ບັນດາ​ຂໍ້​ສະ​ເໜີ, ນະ​ໂຍບາຍ​ເຂົ້າສູ່​ຊີວິດ​ຕົວ​ຈິງ“

 

 

ຂ່າວ/ບົດ​ອື່ນ