ໄຂກອງປະຊຸມ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ ຂ້າມຊາດ

ໄຂກອງປະຊຸມ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ ຂ້າມຊາດ - ảnh 1
ພາບປະກອບ

(vovworld) – ກອງ​ປະຊຸມ​ລັດຖະມົນຕີ​ບັນດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາຊະ​ຍາ​ກຳ​ຂ້າມ​ຊາດ​ແຫ່ງ​ຊາດ​ຄັ້ງ​ທີ 9 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​​ເຊົ້າ​ວັນ​ທີ 17/9, ຢູ່​ນະຄອນຫຼວງ ວຽງຈັນ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ພົນ​ເອກ ​ເຈີ​ນດ້າຍ​ກວາງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

    ທີ່​ວາລະ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ​ ຢັ້ງຢືນ​ວ່າບັນຫາ​ອາ​ດຊະ​ຍາ​ຈຳ​ຂ້າມ​ຊາດ​ແມ່ນ​ການ​ທ້າ​ທາຍ, ​ໄພ​ນາບ​ຂູ່​ສັນຕິພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ບໍ່​ມີ​ປະ​ເທດ​ໃດ​ສາມາດສະ​ກັດ​ກັ້ນ​ພຽງ​ຝ່າຍ​ດຽວ​ໄດ້. ດັ່ງ​ນັ້ນ, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້ມຊາດ ມີ​ຄວາມ​ໝາຍ​ແທດ​ຈິງ, ສະ​ແດງ​ຄວາມ​ສາມັກຄີ​ເຫັນ​ດີ​ເປັນ​ເອກະສັນ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ໃນ​ບັນຫາ​ສຳຄັນ​ນີ້. ລາວ ​ໃຫ້​ຄຳໝັ້ນ​ສັນຍາ​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ປະ​ເທດ​ໃນ​ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ​ເພື່ອ​ຮັບ​ປະກັນ​ຄວາມ​ໝັ້ນຄົງ ​ແລະ ການ​ດຳລົງ​ຊີວິດ​ສະຫງົບ​ສຸກ​ຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ​ເພື່ອສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ໃນ ອາ​ຊຽນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ