ໄຂກອງປະຊຸມຂັ້ນສູງອົງການຮ່ວມມື ຊຽງໄຮ້ (SCO) 2018

(VOVWORLD) - ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານປະເທດ ສີຈິ້ງຜິງ ໄດ້ຕີລາຄາວ່າ: ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, ອົງການຮ່ວມມື ຊຽງໄຮ້...
ໄຂກອງປະຊຸມຂັ້ນສູງອົງການຮ່ວມມື ຊຽງໄຮ້ (SCO) 2018 - ảnh 1 ທ່ານປະທານປະເທດ ສີຈິ້ງຜິງ ກ່າວຄຳເຫັນໄຂກອງປະຊຸມ

ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ນະຄອນ ຈິງຕ໋າວ ແຂວງ ຊານຕູງ, ປະເທດຈີນ, ໄດ້ຈັດຕັ້ງພິທີໄຂກອງປະຊຸມຂັ້ນສູງຂອງອົງການຮ່ວມມື ຊຽງໄຮ້ (SCO) ປີ 2018, ດ້ວຍການເປັນປະທານຂອງທ່ານປະທານປະເທດຈີນ ສີຈິ້ນຜິງ. ເຂົ້າຮ່ວມວາລະໄຂຍັງມີທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ແລະ ການນຳບັນດາປະເທດສະມາຊິກ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານປະເທດ ສີຈິ້ງຜິງ ໄດ້ຕີລາຄາວ່າ: ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, ອົງການຮ່ວມມື ຊຽງໄຮ້ ບໍ່ພຽງແຕ່ແມ່ນເວທີປາໄສສຳຄັນທີ່ເຊື່ອມຕໍ່ບັນດາສະມາຊິກເທົ່ານັ້ນ ຫາກຍັງນັບມື້ນັບເສີມຂະຫຍາຍບົດບາດ, ຜົນສະທ້ອນໃນພາກພື້ນ ກໍ່ຄືບົນເວທີສາກົນອີກດ້ວຍ, ກາຍເປັນກຳລັງສຳຄັນໃນການຮັກສາ, ຊຸກຍູ້ສັນຕິພາບ, ການພັດທະນາ.

        ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອິນເດຍ Modi ໄດ້ຕີລາຄາໂຄງການດຳເນີນງານຂອງ SCO ຢູ່ ຈິງຕ໋າວ ຄັ້ງນີ້ແມ່ນອຸດົມສົມບຸນ ດ້ວຍຫຼາຍເນື້ອໃນຕ່າງໆຄື: ຕ້ານການກໍ່ການຮ້າຍ, ລັດທິແຍກຕົວອອກ ແລະ ຫົວຮຸ້ນແຮງ ສົ່ງຜົນສະທ້ອນເຖິງການຊຸກຍູ້ການຮ່ວມມືກ່ຽວກັບການເຊື່ອມຕໍ່, ການຄ້າ, ພາສີ, ນິຕິບັນຍັດ…

        ກໍ່ໃນຕອນບ່າຍວັນດຽວກັນ, ປະມຸກລັດບັນດາປະເທດສະມາຊິກ SCO ໄດ້ລົງນາມຖະແຫຼງການຮ່ວມ ຈິງຕ໋າວ.

ຕອບກັບ

ຂ່າວ/ບົດ​ອື່ນ