ໄຂກອງປະຊຸມຂັ້ນສູງອາຊີຕາເວັນອອກຄັ້ງທີ7ກ່ຽວກັບນະຄອນສິ່ງແວດລ້ອມຢ່າງໝັ້ນຄົງ

ໄຂກອງປະຊຸມຂັ້ນສູງອາຊີຕາເວັນອອກຄັ້ງທີ7ກ່ຽວກັບນະຄອນສິ່ງແວດລ້ອມຢ່າງໝັ້ນຄົງ - ảnh 1
ໄຂກອງປະຊຸມຂັ້ນສູງອາຊີຕາເວັນອອກຄັ້ງທີ7
ກ່ຽວກັບນະຄອນສິ່ງແວດລ້ອມຢ່າງໝັ້ນຄົງ
(ພາບ: daibieunhandan)


(vovworld) –​ ​ ​​​​ກອງ​ປະ​ຊຸມ​ຂັ້​ນ​ສູງ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 7 ກ່ຽວ​ກັບ​ນະ​ຄອນ​ສິ່ງ​ແວດ​ລ້ອມ​​​ຢ່າງ​ໝັ້ນ​ຄົງ, ຖືກ​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ວັນ​ທີ 03/03, ດ້ວຍ​ກາ​ນ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ​້າ​ບັນ​ດາ​ປະ​ເທດ​ຄື: ຍີ່​ປຸ່ນ, ກຳ​ປູ​ເຈຍ, ອາ​ເມ​ລິ​ກາ, ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ນັ​ກ​ຊ່ຽວ​ຊານ, ນັກ​ຄຸ້​ມ​ຄອງ​ນະ​ໂຍ​ບາຍ​ທີ່​ມາ​ຈາກ​ຫຼາຍ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ. ກອງ​ປະ​ຊຸມ​ຖືກ​ດຳ​ເນີນ​ໃນ​ສະ​ພາບ​ໂລກ​ຫາ​ກໍ​ມີ​ຫຼາຍ​ເຫດ​ການ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ພັດ​ທະ​ນາ​ແບບ​ຍື​ນ​ຍົງ, ພິ​ເສດ​ແມ່ນ​ຂໍ້​ຕົກ​ລົງ​ປາ​ຣີ ກ່ຽ​ວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ເຊິ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ເ​ອົາ​ຈາກ 195 ປະ​ເທດ.

      ໃນ​ການ​ເຮັດ​ວຽກ​ແຕ່​ວັນ​ທີ 03 – 04/03, ບັນ​ດາ​ຜູ້​ແທນ​ໄດ້​ແລກ​ປ່ຽນ ປຶກ​ສາ​ຫາ​ລື​ແບ່ງ​ປັນ​ບົດ​ຮຽ​ນ​ ​ຈາກນັ້ນ​ຈະ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ​ກວ່າ​ໃນ​ການ​ສ້າງ​ຕ​ັ້ງ ແລະ ຮັກ​ສາ​ເຄືອ​ຂ່າຍ​ນະ​ຄອນ​ຢ່າງ​ໝັ້ນ​ຄົງ​ຂອງ​ພາກ​ພື້​ນ. ​ຜ່ານນັ້ນ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການບ​ັນ​ລຸ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ​ເວົ້າ​ລວ​ມ ແລະ ການກໍ່​ສ້າງ​ນະ​ຄອນ​ຢ່າງ​ໝັ້ນ​ຄົງ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ