ໄຂກອງປະຊຸມຂອງກຳມາທິການບັນດາບັນຫາລັດຖະສະພາຂອງ APF

ໄຂກອງປະຊຸມຂອງກຳມາທິການບັນດາບັນຫາລັດຖະສະພາຂອງ APF - ảnh 1
(ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລິວ)

(vovworld) – ຕອນ​ເຊົ້າ​ວັນ​ທີ 27/04, ຢູ່​ຮ່າ​ໂນ້ຍ, ​ກຳມາ​ທິການການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ​ ​ແລະ ຄະນະ​ກຳມາ​ທິການ​ຫວຽດນາມ​ໃນອົງການ​ລັດຖະສະພາ​ລະຫວ່າງ​ບັນ​ດາ​ປະ​ເທດ​ໃຊ້​ພາສາ​ຝລັ່ງ (APF) ​ໄດ້​ຈັດກອງປະຊຸມຂອງ​ກຳມາ​ທິການບັນດາ​ບັນ​ຫາ​ລັດຖະສະພາ​ຂອງ​ APF. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລິວ ​ເນັ້ນ​ໜັກ​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ, ດ້ວຍ​ບົດບາດ​ສ້າງ​ກົດໝາຍ, ຕິດຕາມ​ກວດກາ ​ແລະ ຕັດ​ສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດຊາດ, ດ້ວຍ​ບົດບາດ​ເປັນ​ຜູ້ຕາງໜ້າ​ສູງ​ສຸດ​ຂອງ​ປະຊາຊົນ, ພວມ​ຕັ້ງໜ້າ​ປ່ຽນ​ໃໝ່​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ຕາມ​ທິດ​ມີ​ປະສິດທິ​ຜົນ, ​ແທດ​ຈິງ​ກວ່າ, ບົດ​ຈິດ​ໃຈ​ປະຊາທິປະ​ໄຕ ​ແລະ ສິດອຳນາດ​ນິຕິບັນຍັດ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ຊີ້​ແຈ້ງວ່າ.

        “ສະພາ​ແຫ່ງ​ຊາດ​ຫວຽດນາມ ຕີ​ລາຄາ​ສູງ​ທິດ​ນຳ, ຈຸດປະສົງ​ການ​ເຄື່ອນ​ໄຫວ​ຂອງ APF. ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​​ແທດ​ຈິງ, APF ​ໄດ້​​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ໃຊ້​ພາສາ​ຝລັ່ງຢ່າງ​ຕັ້ງໜ້າ, ລິ​ເລີ່​ມ ​ແລະ ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ລັດຖະສະພາ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ລະຫວ່າງບັນດາ​ລະບອບລັດຖະສະພາ. ດ້ວຍ​ຖານະ​ເປັນ​ຮອງ​ປະທານ APF, ຄະນະ​ກຳມາ​ທິການ​ຫວຽດນາມ ​ໃນ APF ​ໄດ້ ​ແລະ ພວມ​ມານະ​ພະຍາຍາມ​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ອົງການ ດ້ວຍ​ຄວາມ​ປາດ​ຖະໜາ​ວ່າ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ​ແລກປ່ຽນ​ວັດທະນະທຳ, ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ພ້ອມ​ກັນ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ APF”.

        ກໍ່​ທີ່​ວາລະ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ​ໃຫ້​ຮູ້​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເປັນ​ເຈົ້າພາບ​ຈັດ​ຕັ້ງກອງ​ປະຊຸມ​ສະມັດ​ສາໃຫຍ່ຄັ້ງ​ທີ 132 ຢູ່​ຮ່າ​ໂນ້ຍ ​ໃນ​ເດືອນ 03/2015. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ກອງ​ປະຊຸມ​ຂອງກຳມາ​ທິການບັນດາ​ບັນ​ຫາ​ລັດຖະສະພາ APF ຈະ​ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື ​ແລະ ຄວາມ​ສາມັກຄີ​ລະຫວ່າງ​ບັນດາ​ປະ​ເທດ​ຍິ່ງກວ່າ​ອີກ.

ຂ່າວ/ບົດ​ອື່ນ