ໄຂກອງປະຊຸມຄັ້ງທີ 10 ຄະນະປະຈຳສະພາແຫ່ງຊາດຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 15/5, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ໄຂກອງປະຊຸມຄັ້ງທີ 10 ແຕ່ວັນທີ 15 ຫາວັນທີ 17/5
ໄຂກອງປະຊຸມຄັ້ງທີ 10 ຄະນະປະຈຳສະພາແຫ່ງຊາດຫວຽດນາມ    - ảnh 1 ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ໄຂກອງປະຊຸມຄັ້ງທີ 10

ທີ່ວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດປຶກສາຫາລື, ໃຫ້ຄຳເຫັນໃສ່ຫຼາຍເນື້ອໃນທີ່ສຳຄັນຄື : ຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາ(ສະບັບປັບປຸງ), ໃຫ້ຄຳເຫັນກ່ຽວກັບການໃຫ້ສັດຕະຍາບັນສົນທິສັນຍາເພີມ່ເຕີມສົນທິສັນຍາກຳນົດຊາຍແດນແຫ່ງຊາດລະຫວ່າງຫວຽດນາມ - ລາວ, ຕີລາຄາສະພາບການຜັນຂະຫຍາຍປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2017. ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ເຫັນດີໂດຍພື້ນຖານກັບໝາກຜົນທີ່ບັນລຸໄດ້ໃນ 4 ເດືອນ ຕົ້ນປີຄືບົດລາຍງານຂອງລັດຖະບານ, ແຕ່ມີຄຳເຫັນຫຼາຍຂໍ້ຍັງສະແດງໃຫ້ເຫັນຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ້າຕິ ໄຈ້ແຍກວ່າ :

    “ ຈຳນວນວິສາຫະກິດສ້າງຕັ້ງໃໝ່ແມ່ນຫຼາຍພໍສົມຄວນ ແຕ່ປະສິດທິຜົນຍັງບໍ່ທັນສູງ. ໃນນັ້ນ ວິສາຫະກິດ FDI ສົ່ງອອກຫຼາຍ ແຕ່ການປະກອບສ່ວນເຂົ້າງົບປະມານແຫ່ງລັດຍັງຖືກຈຳກັດຢູ່ ຊຶ່ງສາຍເຫດແມ່ນຍ້ອນຊົມໃຊ້ຫຼາຍບຸລິມະສິດໃນຂະນະທີ່ວິສາຫະກິດຢູ່ພາຍໃນປະເທດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເປັນການຍາກໃນການຮັບບຸລິມະສິດ. ບັນຫານີ້ ຄວນຕີລາຄາຢ່າງລະອຽດຕື່ມອີກ ເພື່ອມີໄມ້ງັດໃຫ້ແກ່ວິສາຫະກິດພາຍໃນປະເທດພັດທະນາ ”

ຕອບກັບ

ຂ່າວ/ບົດ​ອື່ນ